ກອງປະຊຸມສຳມະນາ“ຍຸດທະສາດພັດທະນາອຸດສາຫະກຳທ່ອງທ່ຽວກຳ່ປັນທະເລຫວຽດນາມ”
(ພາບ: Quốc Việt/Vietnam+)
(vovworld) – ໃນຂອບເຂດການເຄື່ອນໄຫວຕ່າງໆຂອງ Festival ເຫ້ວ 2014, ຕອນເຊົ້າວັນທີ 16/4, ຢູ່ນະຄອນເຫ້ວ, ໄດ້ດຳເນີນກອງປະຊຸມສຳມະນາຍຸດທະສາດພັດທະນາອຸດສາຫະກຳທ່ອງທ່ຽວດ້ວຍກຳ່ປັນທະເລ ຫວຽດນາມ. ກອງປະຊຸມສຳມະນາໄດ້ຮັບຟັງ 19 ບົດປະກອບຄວາມເຫັນທັງພາຍໃນປະເທດ ແລະ ສາກົນ ສຸມໃສ່ເຂົ້າໃນບັນດາບັນຫາລວມກ່ຽວກັບອຸດສາຫະກຳທ່ອງທ່ຽວ, ກຳນົດທິດພັດທະນາຮູບແບບທ່ອງທ່ຽວດ້ວຍກຳ່ປັນທະເລຢູ່ ຫວຽດນາມ. ປະຈຸບັນ, ແຕ່ລະປີ ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວດ້ວຍກຳ່ປັນທະເລປະມານ 200.000 ເທື່ອຄົນ ແລະ ຈຳນວນນັກທ່ອງທ່ຽວມາ ຫວຽດນາມ ດ້ວຍກຳ່ປັນທະເລນັບມື້ນັບຫຼາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະແໜງອຸດສາຫະກຳທ່ອງທ່ຽວ ຫວຽດນາມ ຍັງມີຫຼາຍສິ່ງຈຳກັດເມື່ອທຽບໃສ່ບັນດາປະເທດໃນພາກພື້ນຄື: ພື້ນຖານໂຄງລ່າງ, ຜະລິດຕະພັນທ່ອງທ່ຽວ, ວຽກງານສົ່ງເສີມການໂຄສະນາຍັງອ່ອນດ້ອຍ ແລະ ຂາດເຂີນ. ທ່ານ ໂຮ່ແອງຕວນ, ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:
“ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ພວມຊີ້ນຳກົມໃຫຍ່ທ່ອງທ່ຽວກະກຽມລາຍການເຄື່ອນໄຫວ, ໃນນັ້ນຕ້ອງພັດທະນາ ແລະ ກໍ່ສ້າງບັນດາທ່າກຳ່ປັນຮັບໃຊ້ໃຫ້ການທ່ອງທ່ຽວ, ທີ 2 ແມ່ນເອົາໃຈໃສ່ເຖິງພື້ນຖານໂຄງລ່າງທ່ອງທ່ຽວພັດທະນາບັນດາຜະລິດຕະພັນທ່ອງທ່ຽວເພື່ອຮັບໃຊ້ໃຫ້ທ່ອງທ່ຽວດ້ວຍກຳ່ປັນທະເລ”