(vovworld) - ວັນທີ 12/06, ຢູ່ຊາຍຄາອາຊີ (Asia House) ຢູ່ນະຄອນຫຼວງລອນດອນ, ປະເທດອັງກິດ ໄດ້ດຳເນີນກອງປະຊຸມສຳມະນາ “ຍຸດທະສາດອາຊຽນ: ກຳໄດ້ກາລະໂອກາດຢູ່ພາກພື້ນໃໝ່”, ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ພວມຢ້ຽມຢາມອັງດິດ ພ້ອມກັບບັນດານັກປະຖະກະຖາ ເຊິ່ງແມ່ນການນຳວິສາຫະກິດ, ບໍລິສັດກວດສອບບັນຊີຂອງອັງກິດ, ເຢຍລະມັນ, ອາເມລິກາ, ຍີ່ປຸ່ນ… ທີ່ມີປະສົບການໃນການດຳເນີນທຸລະກິດເປັນເວລາຫຼາຍປີຢູ່ບັນດາປະເທດອາຊຽນ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ໃຫ້ຮູ້ວ່າ,ກວ່າ 90% ໃນຈຳນວນ 506 ມາດຕະການຂອງປະຊາຄົມເສດຖະກິດອາຊຽນ (AEC) ໄດ້ຮັບການປະຕິບັດ ນັບແຕ່ເມື່ອແຜນການສັງລວມ AEC ໄດ້ຮັບການຮັບຮອງເອົາຢ່າງເປັນທາງໃນເມື່ອປີ 2008. ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກເສດຖະກິດທົ່ວໂລກຊຸດໂຊມ, ບັນດາປະເທດອາຊຽນ ຍັງບັນລຸໄດ້ຜົນງານດ້ານເສດຖະກິດຫຼຼາຍຢ່າງ. ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ສະແດງຄວາມເຊື່ອໝັ້ນວ່າ, AEC ຈະໄດ້ຮັບການສ້າງຕັ້ງຖືກກັບການກຳນົດເວລາ ແລະ ການປະຕິບັດບັນດາມາດຕະການ AEC ຈະສົ່ງສານຢ່າງແຮງທີ່ວ່າ, ບັນດາຫຼັກການ, ຂອບເຂດ ແລະ ມາດຕະການທີ່ພວມໄດ້ຮັບການຜັນຂະຫຍາຍ ຈະຊ່ວຍໃຫ້ພາກພື້ນກ້າວໄປເຖິງປະຊາຄົມເສດຖິດທີ່ແທດຈິງ.