ກອງປະຊຸມສຳມະນາທິດສະດີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ

ກອງປະຊຸມສຳມະນາທິດສະດີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ - ảnh 1

ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ

(ພາບ: Quang Đức/TTXVN)

(vovworld) – ​ໃນ​ລະ​ຫວ່າງ​ວັນ​ທີ 27 – 29/7, ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ  9 ດ້ວຍ​ຫົວ​ຂໍ້​ວ່າ “ກໍ່ສ້າງ​ພັກ​​ໃຫ້​ປອດ​​​ໄສ, ໝັ້ນຄົງ​ເຂັມ​ແຂງ​ໃນ​ສະພາບ​ການ​ໃໝ່ - ບົດຮຽນ​ຂອງ ຈີນ, ບົດຮຽນ​ຂອງ ຫວຽດນາມ” ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ​ຕ່າ​ຫຼຽນ,  ​​ແຫຼວ​ໜິງ​, ປະ​ເທດ ຈີນ. ຄະນະ​ຜູ້​ແທນພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ດິງ​ເທ໋ຮິງ, ກຳມະການ​ກົມ​ກາ​ນ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ເປັນຫົວໜ້າ​ຄະນະ. ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຈີນ ​ໂດຍ​ທ່ານ ຫຼຽວ​ຈີ໋ບ໋າ​ວ, ກຳມະການ​ກົມ​ການ​ເມືອງ, ​​ເລ​ຂາ​ຄະນະ​ເລຂາ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ. ທີ່​ພິທີ​ໄຂ, ທ່ານ ດິງ​ເທ໋ຮິງ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ດ້ວຍ​ຫົວ​ຂໍ້​ “ກໍ່ສ້າງ​ພັກ​ກອມ​ມູນິດ ຫວຽດນາມ ປອດ​ໄສ, ໝັ້ນຄົງ​ເຂັມ​ແຂງ ​ໃນ​ສະພາບ​ການ​ໃໝ່ - ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນ”, ບົດ​ລາຍ​ງານ​ຢັ້ງຢືນ ພັກ​ກອມ​ມູນິດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ວຽກ​ງານ​ກໍ່ສ້າງ​ພັກ​​ໃຫ້ປອດ​ໄສ, ໝັ້ນຄົ​ງ​ເຂັມ​ແຂງ ​ເປັນ​ສຳຄັນ​. ບົດ​ລາຍ​ງານ​ແນະ​ນຳ​ສະພາບ​ການ​ຕົວ​ຈິງ​ວຽກ​ງານ​ກໍ່ສ້າງ​ພັກ​​ໃຫ້ປອດ​ໄສ, ໝັ້ນຄົງ​ເຂັມ​ແຂງ, ບັນດາ​ບົດ​ຮຽນ​ໃນ​ການ​ກໍ່ສ້າງ​ພັກປອດ​ໄສ, ໝັ້ນຄົງ​ເຂັມ​ແຂງ, ທິດ​ທາງ, ຈຸດໝາຍ ​ແລະ ໜ້າ​ທີ່​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກປອດ​ໄສ, ໝັ້ນຄົງ​ເຂັມ​ແຂງ​ໃນ​ສະພາບ​ການ​ໃໝ່. ບັນດາ​ຜູ້​ແທນ​ຂອງ 2 ຄະນະ ກໍ່​​ໄດ້ດຳ​ເນີນ​ບັນດາ​ວາລະ​ປຶ​ກສາ​ຫາລື​ລວມໝູ່ ທີ່​ກ່ຽວຂ້ອງ​ເຖິງ​ຫົວ​ຂໍ້​ຕ່າງໆ​ຄື: “ກໍ່ສ້າງ​ວິຖີ​ຊີວິດ”, “ກໍ່ສ້າງ​ລະບອບ”, “ຕິດຕາມ​ກວດກາ, ຜຸ​ກມັດ​ສິດ​ອຳນາດ”, “ສະພາບ​ແວດ​ລ້ອມ​ທາງ​ສັງຄົມ”.

    ທີ່​ພິທີ​ອັດ, 2 ຝ່າຍ​ຢືນຢັນ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 9 ລະຫວ່າງ 2 ພັກ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຕີ​ລາຄາ​ສູງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ທີ່​ມີ​ຕໍ່​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ແຕ່​ລະ​ພັກ, ປະ​ກອບ​ສ່ວນ​ກໍ່ສ້າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ ​ໃຫ້ປອດ​ໄສ, ໝັ້ນຄົງ​ເຂັມ​ແຂງ, ສືບ​ຕໍ່​ນຳພາ​ພາ​ລະ​ກິດ​ປະຕິວັດ​ຢູ່​ແຕ່ລະ​ປະ​ເທດ​ຢ່າງ​ມີ​ໄຊ.


ຂ່າວ/ບົດ​ອື່ນ