(ພາບປະກອບ:ອິນເຕີເນັດ)
(vovworld) - ກອງປະຊຸມສຳມະນາປະກອບຄວາມເຫັນໃສ່ຮ່າງກົດໝາຍວ່າດ້ວຍການປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານ ໂດຍສະຖາບັນຄົ້ນຄ້ວາຍຸດທະສາດຂອງຄະນະປະຈຳສະພາແຫ່ງຊາດສົມທົບກັບໂຄງການພັດທະນາສະຫະປະຊາຊາດຈັດຕັ້ງໃນຕອນເຊົ້າວັນທີ 23/7 ຢູ່ນະຄອນດ່ານັ້ງ. ກອງປະຊຸມສຳມະນາສຸນໃສ່ໃນບັນດາຫົວເລື່ອງສະເພາະຄື: ເປົ້າໝາຍນຳໃຊ້ ແລະ ຫຼັກການປະກາດໃຊ້ກົດໝາຍ, ການປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານ; ສິດອຳນາດປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານ; ມອບສິດປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານ; ຂັ້ນຕອນລະບຽບການປະກາດໃຊ້ຂໍ້ຕົກລົງດ້ານບໍລິການ ເພື່ອຮັບປະກັນສິດທິມະນຸດ, ສິດພົນລະເມືອງ… ທ່ານຮອງສາດສະດາຈານ-ດຣ ດິງຊວນຖາວ, ຫົວໜ້າສະຖາບັນຄົ້ນຄ້ວາດ້ານນິຕິບັນຍັດຂອງຄະນະປະຈຳສະພາແຫ່ງຊາດ,ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການປະກາດໃຊ້ຂໍ້ຕົກລົງດ້ານບໍລິຫານຈະຍື່ນສະເໜີຕໍ່ສະພາແຫ່ງຊາດຄັ້ງທຳອິດຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13 ຈະມາເຖິງ.