ກອງປະຊຸມສຳມະນາວິທະຍາສາດ“ປ່ຽນໃຫມ່ຮູບການປະຕິບັດວຽກງານຖະແຫລງຂ່າວການຕ່າງປະເທດໃນໄລຍະໃຫມ່”

ກອງປະຊຸມສຳມະນາວິທະຍາສາດ“ປ່ຽນໃຫມ່ຮູບການປະຕິບັດວຽກງານຖະແຫລງຂ່າວການຕ່າງປະເທດໃນໄລຍະໃຫມ່” - ảnh 1
ທ່ານ​ດີງ​ເທ​ຮີງ,ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ
ພາບ:vov

(vovworld)-​​ ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ ດາ​ຫນັງ ໃນ​ວັນ​ທີ 15/11 ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີມີນ ສ​ົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ຄະ​ນະ​ພັກນະ​ຄອນ ດາ​ຫນັງ ຈັດ​ຕັ້ງ​ຂຶ້ນ. ໃນ 20 ກວ່າ​ບົດ​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ສຸມ​ໃສ່​ຊີ້​ແຈ້ງ​ທັດ​ສະ​ນະ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ໃນ​ວຽກ​ງານ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ພ້ອມ​ກັນແບ່ງ​ປັນ​ຄຳ​ເຫັນ ເພື່ອ​ຊີ້​ໃຫ້​ເຫັນ​ສະ​ພາບ​ຄວາມ​ຈິງ​ການ​ເຄື່ອນ​ໄຫວ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ​ເວົ້າ​ລວມ ແລະ ນະ​ຄອນ ດາ​ຫນັງ, ເຂດ​ພາກ​ກາງ​ເວົ້າ​ສະ​ເພາະ, ເຮັດ​ແຈ້ງ​ບົດ​ບາດ ແລະ ຄວາມ​ໝາຍ​ຂອງ​ຖະ​ແຫລງ​ຂ່າວ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ເປັ​ນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຂ່າວ/ບົດ​ອື່ນ