ກອງປະຊຸມສຳມະນາສ້າງນະໂຍບາຍ, ກົດໝາຍກ່ຽວກັບການລ້ຽງດູເດັກຫາກໍ່ເກີດ ແລະ ເດັກນ້ອຍ

ກອງປະຊຸມສຳມະນາສ້າງນະໂຍບາຍ, ກົດໝາຍກ່ຽວກັບການລ້ຽງດູເດັກຫາກໍ່ເກີດ ແລະ ເດັກນ້ອຍ - ảnh 1
(ພາບປະກອບ)

(vovworld) - ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ລ້ຽງ​ດູ​ເດັກຫາ​ກໍ່​ເກີດ​ ​ແລະ ​ເດັກນ້ອຍ, ບົດຮຽນ​ຂອງ​ຫວຽດນາມ ​ແລະ ສາກົນ”, ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ນິຕິບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ, ອົງການ​ອະນາ​ໄມ​ໂລກ​ປະຈຳ​ຫງວຽດນາມ, ກອງ​ທຶນ​ເດັກ​ສາກົນ​ສະຫະ​ປະຊາ​ຊາດ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 09/04, ຢູ່​ຮ່າ​ໂນ​້ຍ, ​ອັນໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຜູ້​ແທນ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.  ບັນດາ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຢືນຢັນ​ວ່າ ຖ້າ​ຫາກ​ລັດຖະບານ​ຂອງ​ບັນດາ​ປະ​ເທດ​ລົງທຶນ​ໃຫ້​ຍຸດ​ທະ​ສາດ​​ໂພ​ສະນາ​ການ, ກໍ່​ສາມາດ​ແກ້​ໄຂ​ຄວາມ​ອຶດຫິວ​ທຸກ​ຍາກ ​ແລະ ​ເພີ່ມ GDP ຂອງ​ແຕ່ລະ​ປະ​ເທດຢ່າງ​ໜ້ອຍ​ສຸດ​​ແມ່ນ 2% - 3% ຕໍ່​ປີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດຣ ດິງຊວນ​ຖາວ, ຫົວໜ້າ​ສະ​ຖາ​ບັນຄົ້ນຄວ້າ​ນິຕິບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ; ການຮັກ​ສາ​ສຸຂະພາບ​ຂອງ​ແມ່ ​ແລະ ​ເດັກ​ປະຈຸ​ບັນ ບໍ່​ພຽງ​ແຕ່ດປັນ​ບັນຫາຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນຄວາມ​ສົນ​ໃຈ​ລວມຂອງ​ມວນ​ມະນຸດອີກດ້ວຍ. ທ່ານ ດິງຊວນ​ຖາວ ​ໃຫ້​ຮູ້​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ນີ້​ວ່າ.

        “ຫວຽດນາມ ມານະ​ພະຍາຍາມ​ໃນ​ການ​ສ້າງ​ບັນດາ​ນະ​ໂຍບາຍ ​ແລະ ​ໂຄງການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ສິດ​ທິເດັກ ​ແລະ ຜົນ​ປະ​ໂຫຍ​ດຂອງ​ເດັກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ​ເລື່ອງ​ຮັບຮອງ​ເອົາ​ກົດ​ໝາຍ 2 ສະບັບ​ແມ່ນ​ກົດໝາຍວ່າ​ດ້ວຍແຮງ​ງານ​ສະບັບ​ປັບ​ປຸງ, ​ເພີ່ມ​ເຕີ່​ມ ​ແລະ ກົດໝາຍ​ວ່າ​ດດ້ວຍ​ການ​ໂຄສະນາ ດ້ວຍ​ບັນດາ​ຂໍ້​ກຳນົດ​ເພີ່ມ​ເວລາ​ພັກຜ່ອນ​ຂອງ​ຜູ້ຖືພາ​ມາ​ນ ​ແລະ ​ຫາ​ກໍ​ເກີດ​ລູກ ​ແລະ ຂໍ້​ມາ​ຕາ​ກຳນົດ​ຫ້າມ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ອາຫານ​ທົດ​ແທນ​ໃຫ້​ນ້ຳນົມ​ຂອງ​ແມ່ ​ໃຫ້​ແກ່​ເດັກ​ມີ​ອາຍຸ​ຕໍ່າ​ກວ່າ 24 ​ເດືອນ ອີກ​ຄັ້ງ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງ​ຂອງ​ລັດ​ຫວຽດນາມ”.

 

ຂ່າວ/ບົດ​ອື່ນ