ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
|
(vovworld) - ຮັກສາເອກະລາດກ່ຽວກັບແນວທາງ ແລະ ເສດຖະກິດໃນວິວັດການເຊື່ອມໂຍງແມ່ນ 2 ປັດໄຈສຳຄັນທີ່ບັນດານັກວິທະຍາສາດເນັ້ນໜັກໃນກອງປະຊຸມສຳມະນາວິທະຍາສາດ “ຮັກສາເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນ” ໂດຍອະນຸກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການພົວພັນຕ່າງປະເທດ, ສະພາທິດສະດີສູນກາງຈັດຕັ້ງໃນຕອນເຊົ້າວັນທີ 20/4, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດຢັ້ງຢືນວ່າ: ພັກກອມມູນິດ ຫວຽດນາມ ຖືເອກະລາດ, ເປັນເຈົ້າຕົນເອງແມ່ນບັນຫາມີລັກສະນະຫຼັກການ, ສະເໝີຕົ້ນສະເໝີປາຍ, ມີຄວາມສຳຄັນເປັນຕາຍ, ຕະຫຼອດໄລຍະປະຫວັດສາດຂອງການປະຕິວັດ ຫວຽດນາມ. ໃນເງື່ອນໄຂປະຈຸບັນ, ການເຊື່ອມໂຍງສາກົນກາຍເປັນປັດໄຈສຳຄັນພາວະວິໄສເພື່ອຊຸກຍູ້ການພັດທະນາເສດຖະກິດ. ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ ເລກວາງຫວີງ, ຊີ້ແຈ້ງວ່າ:
“ປັດໄຈຂອງເນື້ອແທ້ເອກະລາດເປັນເຈົ້າຕົນເອງແມ່ນພື້ນຖານເສດຖະກິດ ມີການພົວພັນເສດຖະກິດສາກົນຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບ, ບໍ່ແມ່ນພື້ນຖານເສດຖະກິດຖືກຕົກຢູ່ໂດດດ່ຽວ. ຕ້ອງພັດທະນາຈຶ່ງເອກະລາດໄດ້, ຖ້າຫາກອ່ອນຈະບໍ່ສາມາດເອກະລາດໄດ້.”