ກອງປະຊຸມສຳມະນາຮ່ວມ ມືພັດທະນາການທ່ອງ ທ່ຽວບັກຢາງ-ທາຍງວຽນ -ຫາຍເຢືອງ-ກວາງນິງ
(ພາບ: http://dangcongsan.vn )
(vovworld) –ວັນທີ 4/10, ຢູ່ແຂວງບັກຢາງ, ໄດ້ຈັດໃຫ້ມີກອງປະຊຸມສຳມະນາຮ່ວມມືພັດທະນາການທ່ອງທ່ຽວບັກຢາງ-ທາຍງວຽນ-ຫາຍເຢືອງ-ກວາງນິງ. ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນເທຈິງ, ຫົວໜ້າພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງບັກຢາງໃຫ້ຮູ້ວ່າ: ຕ້ອງພັດທະນາການທ່ອງທ່ຽວຕາມທິດຮ່ວມມືກັບບັນດາແຂວງອ້ອມແອ້ມ, ຈາກນັ້ນ, ການຮ່ວມມືກັນສ້າງລາຍການທ່ອງທ່ຽວ, ສົ່ງເສີມການໂຄສະນາການທ່ອງທຽງຈະໄດ້ຮັບຄວາມສະດວກສະບາຍ:
“ທັງ 4 ທ້ອງຖິ່ນບັກຢາງ, ທາຍງວຽນ, ຫາຍເຢືອງ, ກວາງນິງ ລ້ວນແຕ່ມີແຫຼ່ງກຳລັງຊັບພະຍກອນທຳມະຊາດທ່ອງທ່ຽວອຸດົມສົມບູນ, ເຕັມໄປດ້ວຍສີສັນຂອງຊາດ ແລະ ຊັບພະຍກອນທຳມະຊາດທ່ອງທ່ຽວຊີວະພາບທີ່ມີຫຼາຍຮູບຫຼາຍແບບ. ຖ້າທັງ 4 ທ້ອງຖິ່ນເຫັນດີເຫັນພອ້ມປະຕິບັດການຮ່ວມມືເປັນຢ່າງດີ ທັງ 4 ທ້ອງຖິ່ນຈຶ່ງຈະມີບັນດາຜະລິດຕະພັນທ່ອງທ່ຽວໃໝ່ທີ່ມີການແກ່ງແຍ້ງສູງ, ດຶງດູດບັນດານັກລົງທຶນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍໄດ້, ເມື່ອນັ້ນ, ຂະແໜງທ່ອງທ່ຽວຈະແມ່ນຂະແໜງເສດຖະກິດປະກອບສ່ວນບໍ່ແມ່ນໜ້ອຍໃຫ້ແກ່ການພັດທະນາຢູ່ແຕ່ລະທ້ອງຖິ່ນ“./.