ກອງປະຊຸມສຳມະນາໂຄສະນາ “vietnam Foodexpo 2017” ຢູ່ ອີຕາລີ

(VOVWORLD) - ຕອນບ່າຍວັນທີ 08 ມິຖຸນາ, ສະຖານທູດ ຫວຽດນາມ ປະຈຳ ອີຕາລີ ສົມທົບກັບອຳນາດການປົກຄອງເຂດ Lazio, ອົງການສົ່ງເສີມການຄ້າ Lazio Innova ຈັດຕັ້ງກອງປະຊຸມສຳມະນາແນະນຳ, ໂຄສະນາກ່ຽວກັບ “vietnam Foodexpo 2017” 
ກອງປະຊຸມສຳມະນາໂຄສະນາ “vietnam Foodexpo 2017” ຢູ່ ອີຕາລີ - ảnh 1 ກອງປະຊຸມສຳມະນາໂຄສະນາ “vietnam Foodexpo 2017” ຢູ່ ອີຕາລີ (ພາບ: ຫວຽດນາມ+)

ທີ່ສຳນັກງານຂອງ Lazio Innova ຢູ່ນະຄອນຫລວງ Rome. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ບູຍເວືອງແອງ ທູດການຄ້າ ຫວຽດນາມ ປະຈຳ ອີຕາລີ ແນະນຳເຖິງບັນດາສະຫະສະມາຄົມ, ວິສາຫະກິດຂອງເຂດ Lazio ບັນດາຂໍ້ມູນຂ່າວກ່ຽວກັບເຫດການ “vietnam Foodexpo 2017” ຄາດວ່າ “vietnam Foodexpo 2017”  ຈະໄດ້ຈັດຕັ້ງແຕ່ວັນທີ 15 – 18 ພະຈິກ ຢູ່ນະຄອນ ໂຮ່ຈີມິນ. ແມ່ນເຫດການສົ່ງເສີມການຄ້າແຫ່ງຊາດສະເພາະຂະແໜງກະສິກຳ, ສິນໃນນ້ຳ ແລະ ອຸດສາຫະກຳສະບຽງອາຫານຂອງ ຫວຽດນາມ ທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ຮອບດ້ານທີ່ສຸດ ໄດ້ຮັບການຈັດຕັ້ງຕາມມາດຕະຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ