ກອງປະຊຸມສຳມະນາໂຕະມົນກ່ຽວກັບການພົວພັນອິນເດຍ-ຫວຽດນາມຢູ່ນິວເດລີ
ກອງປະຊຸມໂຕະມົນດ້ວຍຫົວຂໍ້ “ການຮ່ວມມື ອິນເດຍ - ຫວຽດນາມ ໃນ ອາຊີ ພວມພົ້ນເດັ່ນ”
(ພາບ: Đăng Chính:/Vietnam+)
(vovworld) - ກອງປະຊຸມໂຕະມົນດ້ວຍຫົວຂໍ້ “ການຮ່ວມມື ອິນເດຍ - ຫວຽດນາມ ໃນ ອາຊີ ພວມພົ້ນເດັ່ນ” ໂດຍສະຖາບັນຄົ້ນຄ້ວາ Pahle India Foundation (PIF) ຈັດຕັ້ງ, ດຳເນີນໃນວັນທີ 20/10, ຢູ່ນະຄອນຫຼວງ ນິວເດລີ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ດຣ Rajiv Kumar, ຜູ້ອຳນວຍການບໍລິຫານ PIF, ເນັ້ນໜັກເຖິງກຳລັງໜູນຂອງ ອິນເດຍ ໃນນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ” ພ້ອມກັບການຮ່ວມມືນັບມື້ນັບສະໜິດແໜ້ນຂອງ ຫວຽດນາມ ກັບ ອິນເດຍ ພວມນຳມາເຊິ່ງບັນດາໝາກຜົນອັນດີງາມ. ປະຈຸບັນ, ອິນເດຍ ພວມນອນໃນກຸ່ມ 10 ຄູ່ຮ່ວມມືການຄ້າອັນດັບໜຶ່ງຂອງ ຫວຽດນາມ, ໃນນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືພາກພື້ນສຳຄັນຂອງ ອິນເດຍ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຄາດວ່າ, ວົງເງິນການຄ້າລະຫວ່າງ 2 ປະເທດຈະບັນລຸ 15 ຕື້ USD ໃນປີ 2020. ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Anil Wadhwa ກໍ່ເນັ້ນໜັກວ່າ: ລະຫວ່າງ ອິນເດຍ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງບໍ່ທັນໄດ້ຂຸດຄົ້ນເທື່ອ. ປະຈຸບັນ, ອິນເດຍ ສົນໃຈການລົງທຶນເຂົ້າບັນດາຂົງເຂດນ້ຳມັນ - ອາຍແກັດ, ການຢາ, ໄຟຟ້າໃຊ້ກຳລັງຄວາມຮ້ອນ, ການບິນຢູ່ ຫວຽດນາມ. ທ່ານນາງຮອງຜູ້ອຳນວຍການສະຖາບັນວິທະຍາສາດ - ຖະແຫຼງຂ່າວ ຫວຽດນາມ ຫງວຽນທິເຟືອງຖາວ ແລະ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຟ້າມສີຕາມ ເນັ້ນໜັກການສະໜັບສະໜູນຢ່າງແຮງຂອງ ຫວຽດນາມ ສຳລັບນະໂຍບາຍ “ມຸ່ງໄປສູ່ທິດຕາເວັນອອກ”.