(ພາບ:fistenet.gov.vn)
(VOV): ໃນວັນທີ 13-14/11, ຢູ່ນະຄອນດ່ານັງ, ກົມຂຸດຄົ້ນ ແລະ ປົກປ້ອງແຫຼ່ງປະໂຫຍດສິນໃນນ້ຳຫວຽດນາມ ສົມທົບກັບຄະນະກຳມະການອາຊີບຫາປາປາຊີຟິກຕາເວັນຕົກ ແລະ ກາງໄດ້ຈັດກອງປະຊຸມສຳມະນາຄຸ້ມຄອງພັດທະນາອາຊີບຫາປາໂອ ຂອງຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນການປະຕິບັດໂຄງການ, ກວດການະໂຍບາຍກົດໝາຍ, ລະບຽບການ ແລະ ໂຄງປະກອບການຈັດຕັ້ງຂອງຫວຽດນາມ ສຳລັບການເຄື່ອນໄຫວຂຸດຄົ້ນຄຸ້ມຄອງອາຊີບຫາປາໂອ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດໂຄງການຄຸ້ມຄອງອາຊີບຫາປາພາກພື້ນອາຊີຕາເວັນອອກເຂດປາຊີຟິກຕາເວັນຕົກ ຂຶ້ນກັບໂຄງການພັດທະນາ ສປຊ ຊື່ງຖືກຜັນຂະຫຍາຍນັບແຕ່ເດືອນ 7/2012, ປະກອບສ່ວນສ້າງພື້ນຖານໃຫ້ຫວຽດນາມ ກາຍເປັນສະມາຊິກສົມບູນຂອງຄະນະກຳມະການອາຊີບຫາປາປາຊີຟິກຕາເວັນຕົກ ແລະ ກາງໃນອະນາຄົດ. ທ່ານ Pham Trong Yen ຮອງຫົວໜ້າກົມວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮ່ວມມືສາກົນກົມໃຫ່ຍສິນໃນນ້ຳໃຫ້ຮູ້ວ່າ:
“ຢາກເຂົ້າຮ່ວມຄະນະກຳມະການອາຊີບຫາປາປາຊີຟິກຕາເວັນຕົກ ແລະ ກາງ ໃນອະນາຄົດຕ້ອງກະກຽມກຳລັງກ່ຽວກັບໂຄງປະກອບການຈັດຕັ້ງລະບົບກົດໝາຍ, ການຄຸ້ມຄອງຂອງຕົນ. ນັບແຕ່ປີ 2010, ຄະນະກຳມະການອາຊີບຫາປາປາຊີຟິກຕາເວັນຕົກ ແລະ ກາງໜູນຊ່ວຍຫວຽດນາມ ພ້ອມກັບຟີລິບປິນ, ອິນໂດເນເຊຍ ກ່ຽວກັບໂຄງການຄຸ້ມຄອງອາຊີບຫາປາໂອໃນການຍົກສູງຄວາມສາມາດຄຸ້ມຄອງມຸ້ງໄປເຖິງໄລຍະຍາວນານເພື່ອໃຫ້ຫວຽດນາມ ກາຍເປັນສະມາຊິກສົມບູນຂອງຄະນະກຳມະການອາຊີບຫາປາປາຊີຟິກຕາເວັນຕົກ ແລະ ກາງ“