ກອງປະຊຸມສຳມະນາ “ພົນເອກ ຫງວຽນຈິ໊ແທງ - ການນຳທີ່ມີຄວາມປີຊາສາມາດ,ມີຄຸນສົມບັດ”

(VOVWORLD) -ຕອນເຊົ້າວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ວາລະສານແຂ່ງຂັນຍ້ອງຍໍຂອງຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ພົນເອກ ຫງວຽນຈິ໊ແທງ - ການນຳທີ່ມີຄວາມປີຊາສາມາດ,ມີຄຸນສົມບັດ”.
ກອງປະຊຸມສຳມະນາ “ພົນເອກ ຫງວຽນຈິ໊ແທງ - ການນຳທີ່ມີຄວາມປີຊາສາມາດ,ມີຄຸນສົມບັດ” - ảnh 1 (ກອງປະຊຸມສຳມະນາ “ພົນເອກ ຫງວຽນຈິ໊ແທງ - ການນຳທີ່ມີຄວາມປີຊາສາມາດ,ມີຄຸນສົມບັດ”)

ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2018), ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 105 ປີແຫ່ງວັນຄ້າຍວັນເກີດພົນເອກ ຫງວຽນຈິ໊ແທງ (01 ມັງກອນ 1914 – 01 ມັງກອນ 2019).

        ກອງປະຊຸມສຳມະນາລວມມີ 2 ພາກຄື: ຊີວິດ ແລະ ພາລະກິດຂອງພົນເອກ ຫງວຽນຈິ໊ແທງ; ບັນດາຄຸນຄ່າທາງດ້ານຈິດໃຈ ແລະ ບົດຮຽນທີ່ຖອດຖອນມາໄດ້ຈາກຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງພົນເອກ ຫງວຽນຈິ໊ແທງ. ບັນດາບົດປະກອບຄຳເຫັນໄດ້ເຮັດແຈ້ງບັນດາແງ່ມູມໃໝ່ຕື່ມອີກ, ຊ່ວຍໃຫ້ທຸກຄົນມີຄວາມເຂົ້າໃຈກ່ຽວກັບຊີວິດ, ພາລະກິດ, ການເຄື່ອນໄຫວປະຕິວັດ ແລະ ບັນດາການອຸທິດສ່ວນຂອງພົນເອກ ຫງວຽນຈິ໊ແທງທີ່ມີຕໍ່ປະເທດຊາດກວ່າອີກ.

ແລະກໍ່ໃນຕອນເຊົ້າວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມນັກຖ່າຍຮູບສິລະປະຮ່າໂນ້ຍ ກໍ່ໄດ້ຈັດງານວາງສະແດງດ້ວຍຫົວຂໍ້ວ່າ “ບັນດາພາບຖ່າຍໄປພ້ອມກັບການເວລາ”. ງານວາງສະແດງໄດ້ນຳສະເໜີພາບຖ່າຍ 115 ແຜ່ນຂອງນັກຖ່າຍຮູບ 22 ຄົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທົ່ວປະເທດຕໍ່ຕ້ານ ແລະ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ