ອະດີດນາຍົກລັດຖະມົນຕີ Vo Van Kiet
(ພາບ: ktdt.vn)
(VOV)- ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນຄ້າຍວັນເກີດອະດີດນາຍົກລັດຖະມົນຕີ Vo Van Kiet (23/11/1922-23/11/2012), ຕອນເຊົ້າວັນທີ 17/11, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດກອງປະຊຸມສຳມະນາ “ອະດີດນາຍົກລັດຖະມົນຕີ Vo Van Kiet ກັບການປະຕິວັດຫວຽດນາມ“. ໂດຍໄດ້ທຳການເຄື່ອນໄຫວປະຕິວັດໃນເວລາເກືອບ 70 ປີຢ່າງລຽນຕິດ, ທ່ານອະດີດນາຍົກລັດຖະມົນຕີ Vo Van Kiet, ນັກກອມມູນິດທີ່ອົງອາດກ້າຫານ, ຜູ້ນຳປີຊາສາມາດຂອງພັກ, ການປະຕິວັດ ແລະ ປະຊາຊົນຫວຽດນາມ ໄດ້ມີການອຸທິດສ່ວນຢ່າງຫຼວງຫຼາຍ, ປະກອບສ່ວນສ້າງເປັນໄຊຊະນະອັນຍິ່ງໃຫ່ຍຂອງພັກ ແລະ ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງ Dang Thi Ngoc Thinh ເລຂາຄະນະພັກແຂວງ Vinh Long ບ້ານເກີດເມືອງນອນຂອງອະດີດນາຍົກລັດຖະມົນຕີ Vo Van Kiet ໃຫ້ຮູ້ວ່າ:
“ອະດີດນາຍົກລັດຖະມົນຕີ Vo Van Kiet ແມ່ນແບບຢ່າງຂອງລຸ້ນນັກຮົບປະຕິວັດທີ່ໄດ້ອຸທິດສ່ວນຕະຫຼອດຊີວິດໃຫ້ແກ່ພາລະກິດຂອງພັກ ແລະ ຄວາມເປັນເອກະລາດແຫ່ງຊາດ. ທ່ານມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີຄວາມປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ, ລຽບງ່າຍ, ເປີດອົກເປີດໃຈ, ສະໜິດຕິດພັນກັບປະຊາຊົນ. ນັ້ນແມ່ນບັນດາຄຸນສົມບັດອັນສູງສົ່ງ, ໃສແຈ້ງ, ແມ່ນບຸກຄະລິກທີ່ຍິ່ງໃຫ່ຍຂອງນັກກອມມູນິດ, ຜູ້ນຳມີຄວາມປີຊາສາມາດ Vo Van Kiet“