ກອງປະຊຸມສຳມະນາ ຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ

ກອງປະຊຸມສຳມະນາ  ຮັບມືກັບການ  ປ່ຽນແປງຂອງດິນຟ້າອາກາດ  - ảnh 1
ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ
ພາບປະກອບ​(ຈາກ internet)

(vovworld) - ຕອນ​ເຊົ້າວັນ​ທີ 17/2 ຢູ່ ຮ່າ​ໂນ້ຍ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ສົມທົບ​ກັບ ສະຖານທູດ ລາຊະ​ອານາຈັກ ອັງກິດ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່ມີ​ຫົວ​ຂໍ້​ວ່າ: ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ພັດທະນາ​ພາຫະນະ​ສັນຈອນ​ທາງ​ຄົມມະນາຄົມ​ຂົນ​ສົ່ງ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ​ຂອງ​ສອງປະ​ເທດ​ໄດ້​ປືກສາ​ຫາລື​ກ່ຽວ​ກັບ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ຫວຽດນາມ, ​ແຜນການດຳ​ເນີນ​ງານ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ພາຫະນະ​ສັນ​ຈອນ​ທາງ​ຄົມມະນາຄົມ​ຂົນ​ສົ່ງ​ທີ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ​ຂອງ ອັງກິດ. ທ່ານ ​ເລ​ແມ່ນ​ຮູ່ງ ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ມວນ​ມະນຸດ ​ແລະ ຢູ່ ຫວຽດນາມ, ບັນດາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້ ​ແລະ ພວມ​ເກີດ​ຂຶ້ນ​ໃນ​ທຸກ​ມື້ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ຫນ້ອຍ​ເຖິງ​ການ​ເຄື່ອນ​ໄຫວ​ພັດທະນາ​ເສດຖະກິດ​ສັງຄົມ, ​ໃນ​ນັ້ນ​ມີ​ຄົມມະນາຄົມ​ຂົນ​ສົ່ງ.  ທ່ານຮອງ​ລັດຖະມົນຕີ ​ເລ​ແມ່ນ​ຮຸ່ງ ​ເວົ້າ​ວ່າ:

        “​ໂດຍ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ທາງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ປະກາດ​ໃຊ້​ແຜນການ​ດຳ​ເນີນ​ງານ ​ເພ​ື່ອ​ຮັບ​ມື​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄລຍະ 2011 - 2015 ​ເພື່ອ​ຕີ​ລາຄາ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສ້າງ ຜັນ​ຂະຫຍາຍ​ທົດ​ລອງ​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ຫລຸດຜ່ອນ​ອາ​ຍພິດ​ເຮືອນ​ແກ້ວ​ໃນ​ການ​ເຄື່ອນ​ໄຫວ​ຄົມມະນາຄົມ​ຂົນ​ສົ່ງ.”

 

ຂ່າວ/ບົດ​ອື່ນ