ກອງປະຊຸມສຳມະ ນາກ່ຽວກັບມາດຕະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ
ພາບປະກອບ
(vovworld) - ຕອນເຊົ້າວັນທີ 15/1, ຢູ່ນະຄອນ ໂຮ່ຈີມິນ, ວາລະສານກອມມູນິດ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ວ່າ “ປຶກສາກ່ຽວກັບບັນດາມາດຕະການປ້ອງກັນ,ຕ້ານ ການສໍ້ລາດບັງຫຼວງ ຢູ່ຫວຽດນາມ ໃນປະຈຸບັນ”. 65 ບົດທາບທາມຄວາມເຫັນທີ່ກອງປະຊຸມສຳມະນາໄດ້ຢືນຢັນວ່າ: ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນບັນຫາສັບສົນ, ເຄັ່ງຮ້ອນ, ຕ້ອງໄດ້ຮັບການປະຕິບັດຢ່າງເດັດຂາດ. ບັນດາຜູ້ແທນໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລື ກ່ຽວກັບການກວດພົບເປົ້າໝາຍສໍ້ລາດບັງຫຼວງ ແລະ ບັນດາມາດຕະການຊັດເຈນ, ມີຄວາມສາມາດເປັນໄປໄດ້, ບຸກທະລຸ ໃຫ້ແກ່ຍຸດທະສາດແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຮອດປີ 2020. ທ່ານຮອງສາດສະດາຈານ, ດຣ ຫວູວັນຟຸກ, ບັນນາທິການໃຫຍ່ວາລະສານກອມມູນິດ, ກຳມະການສະພາທິດສະດີສູນກາງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຖືວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຄວາມໝາຍສຳຄັນພິເສດ. ຄືບັນດາຜູ້ແທນໄດ້ເວົ້າວ່າ: ໄພສໍ້ລາດບັງຫຼວງແມ່ນໄພອັນຕະລາຍຂອງປະເທດຊາດ, ແມ່ນພະຍາດຊຳເຮື້ອຍາກທີ່ຈະປິ່ນປົ່ວໄດ້. ຖ້າຫາກພວກເຮົາບໍ່ປະຕິບັດສຳເລັດໃນວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ ມັນຈະກາຍເປັນໄພນາບຂູ່ຕໍ່ການຄົງຕົວຂອງລະບອບ ແລະ ການນຳພາຂອງພັກ. ດັ່ງນັ້ນ, ຖ້າຫາກພວກເຮົາມີບັນດາມາດຕະການທີ່ມີປະສິດທິຜົນເພື່ອປ້ອງກັນ, ຕ້ານການສ້ໍລາດບັງຫຼວງ ຈະຊ່ວຍຍົກສູງກຳລັງຄວາມສາມາດແກ້ງແຍ້ງການນຳພາຂອງພັກ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ກົງກັນຂ້າມ”