ກອງປະຊຸມຮ່ວມມືພັດທະນາ ແລວເສດຖະກິດ ຕາເວັນອອກ ຕາເວັນຕົກ

ຕອນ​ເຊົ້າ​ວັນ​ທີ 14/12 ຢູ່​ນະຄອນ ກອນ​ຕູມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ     ກອນ​ຕູມ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ຮ່ວມ​ມື​ພັດທະນາ​ແລວ​​ເສດຖະກິດຕາ​ເວັນ​ອອກ ຕາ​ເວັນ​ຕົກ,  ​ເຂດ​ພູ ​ແລະ ທະ​ເລ ລະຫວ່າງ​ແຂວງ ກອນ​ຕູມ ກັບ 2 ​ແຂວງ   ອຸບົນ ຣາຊະ​ທານີ, ສີສະ​ເກດ​ຂອງ​ໄທ, 3 ​ແຂວງ ຂອງ​ລາວ​ນັ້ນ​ແມ່ນ ຈຳປາ​ສັກ, ​ເຊ​ກອງ, ອັດ​ຕະປື ພ້ອມ​ກັບ​ສອງ​ແຂວງ​ແຄມ​ທະ​ເລ​ທາງ​ພາກ​ກາງ​ຫວຽດນາມ ນັ້ນ​ແມ່ນ ກວ໋າງຫງາຍ ​ແລະ ບີ່​ງດີ້​ງ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລຶມາດ​ຕະການ ​ແລະ ກົນ​​ໄກ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ຈັດ​ຕັ້ງ​ການ​ດຳ​ເນີນ​ທຸລະ​ກິ​ດການທ່ອງທ່ຽວ, ປູກ​ຕົ້ນ​ໄມ້​ອຸດສາຫະກຳ, ກໍ່ສ​້າງຮາກ​ຖານ​ປຸງ​ແຕ່ງ, ສະຫນອງ​ພາຫະນະກົນ​ຈັກການ​ຜະລິດ​ກະສິກຳ, ອະນຸລັກ​ຮັກສາ ​ແລະ ພັດທະນາ​ຊັບພະຍາກອນ​ປ່າ, ລົງທຶນ​ກໍ່ສ້າງ​ບັນດາ​ໂຄງການ​ພະລັງງານ, ຕ່າ​ຫນ່າງ​ສົ່ງ​ໄຟຟ້າ, ສົມທົບ​ກັນ​ຂຸດ​ຄົ້ນ​ໂຄງກາ​ນສຳ​ຫລວດ, ຂຸດ​ຄົ້ນ, ປຸງ​ແຕ່ງ​ບໍ່​ແຮ່ …ນອກ​ນັ້ນ​ຍັງ​ຮຽກຮ້ອງ​ອົງການ​ການ​ເງິນ​ລົງທຶນ​ກໍ່ສ້າງ​ສຳ​ເລັດ​​ເສັ້ນທາງ​ເຊື່ອມ​ຕໍ່​ບັນດາ​ທ້ອງ​ຖິ່ນ​ຢູ່​ລຽມຕາມແລເສດຖະກິດ, ຄົ້ນ​ຄ້ວາ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ລົງທຶນ ລະຫວ່າງ​ແຂວງ ກອນ​ຕູມ ກັບ​ບັນດາ​ແຂວງດັ່ງກ່າວ.

        ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ຮູ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ຖື​ວ່າ: ຄວາມ​ສາມາ​ດບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ ຈະ​ໄດ້​ຮັບ​ການ​​ເສີມ​ຂະຫຍາຍ, ປະກອບສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ລະຫວ່າງ​ເຂດ, ບໍລິ​ເວນ​ອື່ນ​ຂອງ​ແຕ່ລະ​ປະ​ເທດ ຖ້າ​ຫາກ​ມີ​ການ​ຮ່ວມ​ສຳພັນ, ການ​ຮ່ວມ​ມື​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ.

        “ການ​ເຊ່ືອມ​ຈອດ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ດັ່ງກ່າວຈ​ະ​ເພີ່ມ​ທະວີກຳລັງ​ແຮງ​ໃນ​ທຸກ​ຂົງ​ເຂດ​ຄ້າຍຄື​ກັນ ​ແລະ ພ້ອມ​ກັນ​ຫນູນ​ຊ່ວຍ​ກັນ​ໃນ​ດ້ານ​ແຕກ​ຕ່າງ​ກັນ ​ເພື່ອ​ສ້າງ​​ຜະລິດ​ຕະພັນ​ຫລາຍ​ຮູບ​ແບບ, ອຸດົມສົມບູນ​ໃນ​ທຸກ​ຂົງ​ເຂດ. ພວກ​ເຮົາ​ພ້ອມ​ກັນ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ ຍົກ​ໃຫ້​ເຫັນ​ບັນດາ​​ແນວ​ຄວາມ​ຄິດການ​ຮ່ວມ​ມື ​ເພື່ອ​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ບັນດາ​ບັນຫາ​ລວມກ່ຽວ​ກັບ​ກົນ​ໄກ​ການ​ຮ່ວມ​ມື​ຈາກ​ຮາກ​ຖານ.“

ຂ່າວ/ບົດ​ອື່ນ