ກອງປະຊູມຮ່ວມສຳພັນພັດທະນາການທ່ອງທ່ຽວເຂດ ໄຕບັກ ປີ 2014 ແລະ ການພົບປະກັບຄະນະທູຕານຸທູດ

ກອງປະຊູມຮ່ວມສຳພັນພັດທະນາການທ່ອງທ່ຽວເຂດ ໄຕບັກ ປີ 2014 ແລະ ການພົບປະກັບຄະນະທູຕານຸທູດ - ảnh 1
ກອງປະຊຸມຮ່ວມສຳພັນພັດທະນາການທ່ອງທ່ຽວ
ເຂດໄຕບັກປີ2014ແລະການພົບປະຄະນະທູຕານຸທູດ


(vovworld) - ຕອນ​ເຊົ້າວັນ​ທີ 6/5, ທີ່​ນະຄອນ ດ້ຽນບຽນຝູ, ​ແຂວງ ດ້ຽນບຽນ, ​ໄດ້​ດຳ​ເນີນກອ​ງປະ​ຊູ​ມຮ່ວມສຳພັນພັດທະນາ​ການທ່ອງທ່ຽວ​ເຂດ ​ໄຕ​ບັກ (ໝາຍ​ເຖິງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ) ປີ 2014 ​ແລະ ການ​ພົບ​ປະກັບ​ຄະນະ​ທູຕານຸທູດ​ໂດຍ​ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ, ຄະນະ​ຊີ້ນຳ ​ໄຕ​ບັກ, ກຳ​ຊວງ​ການ​ຕ່າງປະ​ເທດ​ສົມທົບ​ກັບ​ແຂວງ ດ້ຽນບຽນ ຈັດຕັ້ງຂຶ້ນ. ກອງ​ປະ​ຊຸມ​ແນ​ໃສ່ຢືນຢັນ​ບົດບາດ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ແຂວງ​ໃນ​ເຂດ ​ໄຕ​ບັກ ກັບ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ກ່ຽວກັບ​ເລື່ອງ​​ພັດທະນາ​ການທ່ອງທ່ຽວ. ນີ້ກໍ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ​ອົງການ​ຈັດຕັ້ງ, ນັກ​ລົງ​ທຶນ, ວິ​ສາ​ຫະກິດ, ຄະນະ​ທູຕານຸທຸດ, ອົງການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໄດ້ພົບ​ປະ, ສົນທະນາຫາລື, ​ແລກປ່ຽນບົດຮຽນ, ສ້າງສາຍ​ພົວພັນ​ຮ່ວມ​ມື, ຮ່ວມ​ສຳພັນ​ລົງທຶນ, ປະກອບສ່ວນ​ພາ​ເຂດ ​ໄຕ​ບັກ​ພັດທະນາ​ຢ່າງ​ໄວວາ ​ແລະ ໝັ້ນຄົງ. ກ່າວ​ຄຳ​ເຫັນ​ທີ່ພິທີ​ໄຂກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນ​ຝຸກ ​ເນັ້ນໜັກວ່າ:

    “ການທ່ອງ​ທ່ຽວ​ແມ່ນ​ຂະ​ແໜງການມີ​ທີ່​ຕັ້ງບົດບາດອັນ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ. ສ້າງ​ສະພາບ​ແວດ​ລ້ອມ​ພັດທະນາ​ການທ່ອງ​ທ່ຽວ,​ ຊຸກຍູ້​ບັນດາພາກສ່ວນອື່ນໆ ບໍ່ພຽງ​ແຕ່​ຊຸກຍູ້​ການ​ຮ່ວມ​ມື, ລົງ​ທຶນດຳ​ເນີນ​ທຸລະ​ກິດ​​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ພົວພັນ​ແລກປ່ຽນກັບ​ສາກົນອີກ​ດ້ວຍ. ພິ​ເສດ​ທ່າ​ແຮງ​ບົມຊ້ອມ​ທີ່​ຍິ່ງ​ໃຫຍ່​ຂອງການທ່ອງທ່ຽວ ຫວຽດນາມ ຢູ່​ເຂດ ​ໄຕ​ບັກ ​ແມ່ນ​ກວ້າງ​ໃຫຍ່​ທີ່​ສຸດ,​ ​ແມ່ນ​ຊັບ​ສົມບັດ​ອັນ​ມະຫາສານ​ຂອງ​ຂະ​ແໜງທ່ອງທ່ຽວ ຫວຽດນາມ.​ ​ເຖີງຢ່າງ​ໃດ​ກໍ່​ຕາມ, ຢາກ​ພັດທະນາ​ການທ່ອງທ່ຽວຕ້ອງ​ພັດທະນາ​ໃນ​ການ​ຮ່ວມ​ສຳພັນ, ຍ້ອນ​ແນວ​ນັ້ນບົດບາດ​ຂອງ​ບັນດາ​​ເອກ​ອັກຄະ​ລັດຖະທູດ, ບັນດາ​ອົງການ​ຈັດຕັ້ງສາກົນ, ບັນດາ​ທ້ອງ​ຖິ່ນ​ແມ່ນ​ສຳຄັນທີ່​ສຸດ​ໃນ​ການ​ພັດທະນາ​.”

ຂ່າວ/ບົດ​ອື່ນ