( vovworld ) - ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 11 ( SOMRI -11 ) ຫາກໍດຳເນີນໄປຢູ່ນະຄອນຫຼວງ Kuala Lumpur ປະເທດມາເລເຊຍ, ໃນເວລາແຕ່ວັນທີ 27 - 28/2, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດສະມາຊິກ. ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບບົດບາດຂອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ໃນວິວັດການສ້າງສາປະຊາຄົມ, ນັ້ນແມ່ນການຊຸກຍູ້ບັນດາແຜນການສືສານກ່ຽວກັບ 3 ເສົາຄຳຂອງປະຊາຄົມອາຊຽນ ກໍຄືແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ.
ບັນດາຜູ້ແທນຍັງປຶກສາຫາລື ແລະ ເປັນເອກະພາບນຳກັນວ່າ ຄວນຊຸກຍູ້ ແລະ ເສີມຂະຫຍາຍບົດບາດຂອງເຄື່ອງມືສືສານທີ່ທັນສະໄໝ, ໃນນັ້ນມີການສື່ສານທາງສັງຄົມ, ຮັບໃຊ້ເປົ້າໝາຍຍູ້ແຮງການໂຄສະນາ, ແນະນຳກ່ຽວກັບອາຊຽນ ແລະ ປະຊາຄົມອາຊຽນເຖິງປະຊາຊົນ.