ກອງປະຊຸມແນະນຳຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດສຳລັບອົງການສຳນັກງານຂັ້ນສູນກາງ

ກອງປະຊຸມແນະນຳຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດສຳລັບອົງການສຳນັກງານຂັ້ນສູນກາງ - ảnh 1
(ພາບປະກອບ)

(vovworld) - ​​ ​ ຕອນ​ເຊົ້າ​ວັນ​ທີ 24/02 ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ແນະນຳ​ວິທີ​ດຳ​ເນີນ​ການສະ​ເໜີ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ສຳລັບ​ບັນດາ​ອົງການ​ສຳນັກງານ, ຫົວໜ່ວຍ​ຢູ່​ສູນ​ກາງ. ທີ່​ກອງ​ປະຊຸມ, ທ່ານ ຫວູຈ້ອງກີ​ມ ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການຂັ້ນ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຊີ້​ແຈ້ງວ່າ: ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້ ​ໄດ້​ປະຕິບັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາ​ຊິກ​ສະພາ​ປະຊາຊົນ​ປີ 2015.

        ​ແລະ​ກໍ່​ໃນ​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ຟາ ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເລື່ອງ​ສະ​ເໜີ​ຜູ້ອອກ​ສະ​ໝັກ​ເລືອກຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ບັນດາ​ອົງການ​ສຳນັກງານ, ຫົວໜ່ວຍ​​ແມ່ນ​ດຳ​ເນີນ​ແຕ່​ວັນ​ທີ 24/02 – 10/03/2016. ​ໂດຍ​ອີງ​ໃສ່​ໝາກຜົນ​ຂອງ​ບັນດາ​ກອງ​ປະຊຸມ​ເປີດ​ກ້ວາງ, ອົງການ​ສຳນັກງານ, ຫົວໜ່ວຍ​ມີ​ຄວາມ​ຮັບ​ຜິດ​ຊອບ​ແນະນຳ​​ໃຫ້ພະນັກງານ​ຂອງ​ອົງການ​ສຳນັກງານ, ຫົວໜ່ວຍ​ຂອງ​ຕົນ​​ທີ່ໄດ້ຮັບ​ການ​ເລືອກ​ເຟັ້ນ, ​ສະ​ເໜີອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເຮັດ​ສຳ​ເນົາ​ອອກ​ສະໝັກ​ເລືອກ​ຕັ້ງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ ​ແລະ ຄຳ​ແນະນຳ​ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ.

 

 


ຂ່າວ/ບົດ​ອື່ນ