(vovworld) – “ກອງປະຊຸມໂຕະມົນເອກະພາບແຫ່ງຊາດ” ຕາມຂໍ້ລິເລີມຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE) ຖືກຈັດຕັ້ງໃນວັນທີ 17/5, ຢູ່ນະຄອນ Kharkov (ຢູແກຼນ) ໄດ້ສະເໜີສະພາແຫ່ງຊາດປະເທດນີ້ຮັບຮອງເອົາບົດບັນທຶກຊ່ວຍຈຳລວມກ່ຽວກັບແງ່ຫວັງແກ້ໄຂວິກິດການຢູ່ ຢູແກຼນ. ຕາມນັ້ນແລ້ວ, ສະພາແຫ່ງຊາດ ຢູແກຼນ ຕ້ອງຮັບປະກັນດຳເນີນການປະຕິຮູບລັດຖະທຳມະນູນ ຫັນປະເທດຊາດໄປສູ່ລະບອບລັດຖະສະພາ - ປະທານາທິບໍດີ, ກຳນົດກົດລະບຽບປອດສຳພັນທະມິດການທະຫານ, ພຽງເຂົ້າຮ່ວມພັນທະມິດເສດຖະກິດ ແລະ ການເມືອງສາກົນຕາມໝາກຜົນຂອງການລົງປະຊາມະຕິ, ປະຕິຮູບບັນດາອົງການປົກປ້ອງກົດໝາຍ ແລະ ອະໄພຍະໂທດໃຫ້ແກ່ຜູ້ແຫ່ຂະບວນປະທ້ວງ. ນອກຈາກນັ້ນ, ບົດບັນທຶກຊ່ວຍຈຳກໍ່ຮຽກຮ້ອງປົດອາວຸດທຸກໆກຸ່ມຜິດກົດໝາຍ, ຢຸດຕິບັ້ນຮົບການທະຫານຢູ່ພາກຕາເວັນອອກ ແລະ ຖອນທຸກໆກຳລັງການທະຫານກັບເມືອຖານທີ່ໝັ້ນ.
ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີຊົ່ວຄາວ ຢູແກຼນ Arseni Yasseniuk ກ່າວວ່າ: ບັນດາຂໍ້ສະເໜີທີ່ໄດ້ຍົກອອກມາມີລັກສະນະ “ຝ່າຍດຽວ”, ດັ່ງນັ້ນກອງປະຊຸມຄັ້ງນີ້ບໍ່ສາມາດແມ່ນການປຶກສາຫາລືມີຄວາມໝາຍ. ຕາມທ່ານແລ້ວ, ໜ້າທີ່ຕົ້ນຕໍ່ໃນປະຈຸບັນແມ່ນຕ້ອງຮັບຮອງເອົາຮ່າງລັດຖະທຳມະນູນສະບັບໃໝ່ຂອງ ຢູແກຼນ.