ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່
ພາບ:danang
|
(vovworld)- ໃນຂອບເຂດກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5 ປີ 2015 ດຳເນີນໃນວັນທີ 17 ແລະ 18/11 ຢູ່ ນະຄອນ ດາຫນັງ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ປຶກສາຫາລືກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງການຄຸ້ມຄອງສັງລວມເຂດຝັ່ງ ເພື່ອກຳນົດເປົ້າໝາຍຈຸດສຸມ, ແຜນການ ແລະ ກາລະໂອກາດຮ່ວມມືພັດທະນາແບບຍືນຍົງຢູ່ທະເລອາຊີຕາເວັນອອກ. ບັນດາຜູ້ແທນຢືນຢັນ: ການຄຸ້ມຄອງສັງລວມຢູ່ເຂດຝັ່ງໄດ້ພັດທະນາກາຍເປັນລະບົບຄຸ້ມຄອງໄດ້ຮັບການກຳນົດ, ເພື່ອບັນລຸບັນດາມາດຖານພັດທະນາແບບຍືນຍົງຢູ່ຂັ້ນທ້ອງຖິ່ນ, ແຫ່ງຊາດ ແລະ ທົ່ວໂລກ. ບັນດາຜູ້ແທນກໍສຸມໃສ່ປຶກສາຫາລື ກ່ຽວກັບການນຳໃຊ້ການຄຸ້ມຄອງສັງລວມເຂດຝັ່ງໃຫ້ແກ່ການຄຸ້ມຄອງເຂດອະນຸລັກຮັກສາທະເລ ແລະ ລະບົບຄຸ້ມຄອງເຂດອະນຸລັກຮັກສາທະເລຢູ່ຂັ້ນທ້ອງຖິ່ນ, ແຫ່ງຊາດ ແລະ ອະນຸພາກພື້ນ, ທະວີຄູນການຄຸ້ມຄອງສັງລວມເຂດຝັ່ງເພື່ອຕອບສະຫນອງບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິ່ງແວດລ້ອມ.