ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງຕຳຫຼວດຄັ້ງທີ 20 ອາຍຸການ 2012 - 2017

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງຕຳຫຼວດຄັ້ງທີ 20 ອາຍຸການ 2012 - 2017 - ảnh 1
ຊາວ​ໜຸ່ມ​ກະຊວງ​ຕຳຫຼວດແຈ້ງໝາກຜົນຕໍ່ລຸງໂຮ່
(ພາບ: anninhthudo.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 26/10, ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນກະຊວງ​ຕຳຫຼວດ​ຄັ້ງ​ທີ 20 ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ Tran Dai Quang ​ໄດ້​ເນັ້ນ​ໜັກ​ວ່າ.

“ບັນດາຂະ​ບວນການ​ແຂງ​ຂັນ ​ແລະ ບວນການ​ເຄື່​ອນ​ໄຫວ​ປະຕິວັດ​ຂອງ​ໄວ​ໜຸ່ມ​ຕຳຫຼວດ​ປະຊາຊົນ ຕ້ອງ​ສະ​ແດງ​​ໃຫ້​ເຫ​ັນບົດບາດປະຈັນບານ, ອາສາ​ສະໝັກ​ໃນ​ທຸດຂົງ​ເຂດ​ວຽກ​ງານ​ຢ່າງ​ຈະ​ແຈ້ງ; ນຳ​ໜ້າ​ໃນ​ການ​ສ້າງ​ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ, ປະຕິບັດລະບຽບ​ການຢ່າງ​ເຂັ້ມ​ງວດ, ຍົກ​ສູງ​ສະຕິ​ຮັບ​ໃຊ້​ປະຊາຊົນ, ​ສຸມ​ຈິດ​ສຸມ​ໃຈ​ຕໍ່ວຽກ​ງານ ​ແລະ ​ເດັດດ່ຽວ​ບຸກ​ໂຈມ​ຕີ​ອາດ​ຊະ​ຍາ​ກຳ, ຕໍ່ສູ້​ຕ້ານ​ກໍລະນີ​ອາດຍາ​ສິດກໍ​ຄວາມຫຍຸ້ງ​ເຫຍືອງ​ໃຫ້​ແກ່ປະຊາ​ຊົນ”.

ໃນ​ອາຍຸ​ການ​ຜ່ານ​ມາ, ​ໄວ​ໜຸ່ມ​ທົ່ວ​ຂະ​ແໜງ​ຕຳຫຼວດ ​ໄດ້​ມີ​ບັນດາ​ບາດ​ກ້າວ​ພັດທະນາ​ຢ່າງ​ໝັ້ນຄົງ, ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​​ເປັນເສນາ​ທິການ​ໃຫ້​​ແກ່​ຄະນະ​ພັກ, ການ​ນຳ ປະຕິບັດ​ບັນດາ​ທິດ​ທາງ, ລາຍການ, ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ