ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສານະຄອນໂຮ່ຈີມິນຄັ້ງທີ 5 ອາຍຸການ 2015-2020
(ພາບ: nvhsv.org.vn)
|
(vovworld) - ຕອນເຊົ້າວັນທີ 11/1, ຢູ່ນະຄອນໂຮ່ຈີມິນ, ໄດ້ດຳເນີນ ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສານະຄອນໂຮ່ຈີມິນຄັ້ງທີ 5 ອາຍຸການ 2015-2020, ດ້ວຍຫົວຂໍ້ວ່າ “
ນັກສຶກສານະຄອນໂຮ່ຈີມິນສູ້ສົນເປັນນັກສຶກສາ 5 ດີ ເພື່ອນະຄອນສີວິໄລ, ພັດທະນາ“. ໃນອາຍຸການທີ 4, ສະມາຄົມນັກສຶກສານະຄອນໄດ້ປະຕິບັດບັ້ນຂົນຂວາຍ “ນັກສຶກສາ 5 ດີ“ ແລະ “ນັກສຶກສາສ້າງສະພາບແວດລ້ອມການສຶກສາທີ່ຕັ້ງໜ້າ, ສະໜິດຕິດພັນ, ບໍລິສຸດ“ຢ່າງມີປະສິດທິຜົນ. ຜ່ານ 5 ປີ ແຫ່ງການປະຕິບັດ, ມີ 16.000 ກວ່າໝູ່ຄະນະ ແລະ ສ່ວນບຸກຄົນໄດ້ຮັບການຍ້ອງຍໍ ແລະ ຮັບນາມມະຍົດ “ນັກສຶກສາ 5 ດີ“. ໃນອາຍຸການທີ 5 (2015-2020), ສະມາຄົມ ແລະ ຂະບວນການຊາວໜຸ່ມນະຄອນສືບຕໍ່ຍູ້ແຮງຂະບວນການ “ນັກສຶກສາ 5 ດີ“ ແລະ ໂຄງການ “ກໍ່ສ້າງສະມາຄົມນັກສຶກສາຫວຽດນາມໃຫ້ໝັ້ນຄົງເຂັ້ມແຂງ“. ໃນນັ້ນສຸມໃສ່ປະຕິບັນລາຍການນັກສຶກສາຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ຍົກສູງລະດັບພາສາຕ່າງປະເທດໃຫ້ນັກສຶກສາ ແລະ ກິດຈະກຳອື່ນໆ. ປະທານສະມາຄົມນັກສຶກສານະຄອນໂຮ່ຈີມິນອາຍຸການ 2015-2020, ໃຫ້ຮູ້ວ່າ:
“ພວມເຮົາສຸມໃສ່ປະຕິບັດສອງເນື້ອໃນ, ທີໜຶ່ງແມ່ນຕ້ອງເຮັດແນວໃດເພື່ອສ້າງສະພາບແວດລ້ອມອຳນວຍຄວາມສະດວກໃຫ້ນັກສຶກສາຮຳ່ຮຽນ, ຫຼໍ່ຫຼອມຢ່າງເປັນເຈົ້າການ, ຕັ້ງໜ້າ, ເຂົ້າຮ່ວມການເຄື່ອນໄຫວຂອງສະມາຄົມນັກສຶກສາ ເພື່ອເສີມຂະຫຍາຍຄວາມສາມາດຂອງຕົນແນໃສ່ອຸທິດສ່ວນໃຫ້ແກ່ປະຊາຄົມ. ທີສອງແມ່ນຕ້ອງເຮັດແນວໃດເພື່ອໃຫ້ອົງການຈັດຕັ້ງສະມາຄົມນັບມື້ນັບພັດທະນາ, ດຶງດູດນັກສຶກສາເຂົ້າຮ່ວມນັບມື້ນັບຫຼາຍ“.