ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງກໍ່ສ້າງຄັ້ງທີ 4

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງກໍ່ສ້າງຄັ້ງທີ 4 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກ່າວ​ຄວາມ​ເຫັນ
​ທີ່ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ​ກໍ່ສ້າງ​ຄັ້ງ​ທີ 4
(ພາບ: baoxaydung.com.vn)

(vovworld) - ກ່າວ​ຄວາມ​ເຫັນ​ທີ່ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ​ກໍ່ສ້າງ​ຄັ້ງ​ທີ 4, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ເຊົ້າ​ວັນ​ທີ 10/11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຊີ້​ແຈ້ງວ່າ, ຂະ​ແໜງ​ກໍ່​ສ້າງ​ຄວນ​ປະຕິບັດ​ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ສ້າງ​ບາດກ້າວ​ຫັນປ່ຽນ​ໃນ​ຂະ​ບວນການ​ແຂ່ງຂັນ, ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ຍ້ອງຍໍ​… ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກໍ່​ສະ​ເໜີ​ທາງຂະ​ແໜງ​ສືບຕໍ່​ປະຕິບັດ​ໜ້າ​ທີ່​ຕ່າງໆ​ໃນ​​ໄລຍະ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

        “ຂະ​ແໜງ​ກໍ່ສ້າງ​ຄວນ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ລາຍການ​ໜູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ຜູ້​ມີ​ຄຸນ​ງານ​ຄວາມ​ດີ, ຄົນ​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ; ພັດທະນາ​ເຮືອນ​ຢູ່​ສັງຄົມ​ຢູ່​ເຂດ​ຕົວ​ເມືອງ, ​ເຮືອນ​ຢູ່​ໃຫ້​ກຳມະກອນ, ​ໃຫ້​ນັກ​ສຶກສາ… ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ພັດທະນາ​ໃຫ້​ມີ​ສະຖຽນ​ລະ​ພາບ ຮັກສາ​ຕະຫຼາດ​ອະສັງ​ຫະລິ​ມະ​ຊັບ​ໃຫ້​ໂປ່​ງ​ໃສຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ. ພັດທະນາ​ອຸດສາຫະກຳ​ວັດ​ສະ​ດຸ​ກໍ່ສ້າງ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ວັດ​ສະດຸ​ໃໝ່, ມີ​ຄຸນ​ນະພາ​ບສູງ, ບໍ່ສົ່ງ​​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ“.

        ທີ່​ກອງ​ປະຊຸມ​ໃຫຍ່, ກະຊວງ​ກໍ່ສ້າງ​ກໍ່​ເປັນ​ກຽດ​ໄດ້​ຕ້ອນຮັບ​ຫຼຽນ​ໄຊເອກະ​ລາດ​ຊັ້ນ​ໜຶ່ງ​ຈາກ​ປະທານ​ປະ​ເທດ.

       

ຂ່າວ/ບົດ​ອື່ນ