ທ່ານປະທານຄະນະກຳມະການສູນກາງແນວໂຮມ
ປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ
(ພາບ: dangcongsan.vn)
(vovworld) – ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດນະຄອນ ດ່າໜັງ ຄັ້ງທີ 4 ຖືກດຳເນີນໃນຕອນເຊົ້າວັນທີ 28/9. ໃນ 5 ປີຜ່ານມາ, ນະຄອນ ດ່າໜັງ ໄດ້ປຸກລະດົມຫລາຍຂະບວນການແຂ່ງຂັນຢ່າງກ້ວາງຂວາງ ແລະ ໄດ້ດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າຂອງທັງລະບົບການເມືອງ, ກໍຄືປະຊາຊົນທຸກຊັ້ນວັນນະ. ພົ້ນເດັ່ນຂຶ້ນແມ່ນການແຂ່ງຂັນປະຕິບັດບັນດາໜ້າທີ່, ຄາດໝາຍເສດຖະກິດ - ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຂະບວນການແຂ່ງຂັນ “ນະຄອນ ດ່າໜັງຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ”. ຈາກບັນດາຂະບວນການແຂ່ງຂັນໄດ້ປະກົດມີວຫລາຍຮູບແບບການຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ, ບັນດາສ່ວນບຸກຄົນ, ໝູ່ຄະນະເປັນແບບຢ່າງທີ່ກ້າວໜ້າໃນທຸກຂົງເຂດ.
ທີ່ກອງປະຊຸມໃຫຍ່, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ສະເໜີນະຄອນ ດ່າໜັງ ສືບຕໍ່ໂຄສະນາ, ຊາບຊຶມແນວຄິດການແຂ່ງຂັນຮັກຊາດຂອງປະທານ ໂຮ່ຈີມິນ, ກໍ່ສ້າງ ດ່າໜັງ ກາຍເປັນນະຄອນພັດທະນາຮອບດ້ານ, ຂະຫຍັນຂັນເຂື່ອນ. ແລະ ກໍຢູ່ທີ່ກອງປະຊຸມໃຫຍ່, ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ມອບຫຼຽນໄຊເອກະລາດຊັ້ນ 1 ໃຫ້ພະນັກງານ ແລະ ປະຊາຊົນນະຄອນ ດ່າໜັງ.