(ພາບ: dbv.vn)
(vovworld)- ກອງປະຊຸມໃຫ່ຍສະຫະສະມາຄົມອະດີດນັກຮຽນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຄັງທີ 20 ຢູ່ຍີ່ປຸ່ນ (ASCOJA) ດ້ວຍຫົວເລື່ອງ “ASCOJA ມຸ້ງໄປເຖິງການຮ່ວມມື ແລະ ພັດທະນາລະຫວ່າງອາຊຽນ-ຍີ່ປຸ່ນ“ ໄດ້ຈັດຂຶ້ນແຕ່ວັນທີ 6-8/9 ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ຍີ່ປຸ່ນ ແລະ 40 ປີແຫ່ງການພົວພັນອາຊຽນ-ຍີ່ປຸ່ນ. ເຂົ້າຮ່ວມ ASCOJA ປີນີ້ມີຜູ້ແທນ 350 ຄົນ, ໃນນັ້ນມີຜູ້ແທນຕ່າງປະເທດ 250 ຄົນ ຊື່ງໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຫົວເລື່ອງການທູດ, ສິ່ງແວດລ້ອມ, ການສຶກສາ, ວິທະຍາສາດເຕັກໂນໂລຊີ….ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍ, ທ່ານ Hideo Suzuki ອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ຊີ້ແຈງວ່າ:
“ບັນດາສະມາຊິກຂອງ ASCOJA ໄດ້ ແລະ ພວມດຳລົງບັນດາຕຳແໜ່ງຫຼັກແຫຼ່ງໃນການສ້າງສາຍພົວພັນຄູ່ຮ່ວມມືອັນໝັ້ນຄົງລະຫວ່າງຍີ່ປຸ່ນ ແລະ ອາຊຽນ. ພວກເພື່ອນແມ່ນຜູ້ໄດ້ເຂົ້າໃຈຊາວຍີ່ປຸ່ນ, ວິທິຄິດຂອງຊາວຍີ່ປຸ່ນ ກໍ່ຄືວັດທະນະທຳຍີ່ປຸ່ນ. ພວກເພື່ອນພວມປະສົມກຳລັງແຮງເພື່ອສ້າງເປັນສັງຄົມທົ່ວໂລກ ເພື່ອຜົນປະໂຫຍດຂອງພາກພື້ນ ແລະ ຂອງທຸກຄົນໃນໂລກ“.