ກອງປະຊຸມໃຫຍ່IPU-132ແມ່ນໂອກາດ ເພື່ອໂຄສະນາຜົນງານຂອງນະຄອນຫຼວງແລະປະເທດຊາດ
ກອງປະຊຸມກັບສື່ມວນຊົນ ເພື່ອສະໜອງຂໍ້ມູນຂ່າວ ກ່ຽວກັບວຽກງານກະກຽມຈັດຕັ້ງ IPU 132
(ພາບ: Bích Thảo)
|
(vovworld) – ຕອນບ່າຍວັນທີ 17/3, ຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມກັບສື່ມວນຊົນ ເພື່ອສະໜອງຂໍ້ມູນຂ່າວ ກ່ຽວກັບວຽກງານກະກຽມຈັດຕັ້ງ ກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ ຄັ້ງທີ 132 (IPU 132) ຈະ ຈັດຕັ້ງຢູ່ນະຄອນຫຼວງ ຮ່າໂນ້ຍໃນລະຫວ່າງວັນທີ 28/3 – 1/4/2015. ຕາມບົດລາຍງານຂອງຄະນະພັກນະຄອນ ຮ່າໂນ້ຍ ແລ້ວ, ນີ້ແມ່ນເຫດການລະດັບສາກົນໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ, ແມ່ນຄວາມເປັນກຽດ, ແມ່ນກາລະໂອກາດເພື່ອໃຫ້ນະຄອນແນະນຳ, ໂຄສະນາເຜີຍແຜ່ ກ່ຽວກັບຜົນງານໃນການພັດທະນາເສດຖະກິດ - ສັງຄົມ ແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດືມສຳລັບເພື່ອນມິດສາກົນ. ຮ່າໂນ້ຍ ຈະສ້າງບັນດາຈຸດພົ້ນເດັ່ນ ເພື່ອໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມມີໂອກາດເຫັນປະຈັກຕາຄວາມງາມຂອງປະເທດຊາດ, ວັດທະນະທຳ, ຊາວ ຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີເວົ້າສະເພາະ.