(vovworld) – ຕອນເຊົ້າວັນທີ 25/6, ກະຊວງການຕ່າງປະເທດ ແລະ ຫ້ອງການໂຄງການພັດທະນາຂອງ ສະຫະປະຊາຊາດ (UNDP) ປະຈຳ ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບ “ບົດບາດຂອງແມ່ຍິງ ໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນທິເຟືອງງາ ຖືວ່າ: ເພື່ອປະຕິບັດບັນດາຍຸດທະສາດໃຫຍ່ຂອງປະເທດ ກ່ຽວກັບການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເລື່ອງເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນຂອງແມ່ຍິງແມ່ນມີຄວາມໝາຍສຳຄັນ. ທ່ານນາງ ຫງວຽນເຟືອງງາ ເນັ້ນໜັກວ່າ:
“ກອງປະຊຸມປີນີມີຄວາມໝາຍພິເສດ, ເປັນຂີດໝາຍເລື່ອງສິ້ນສຸດໂຄງການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ ໂຄງການພັດທະນາຂອງສະຫະປະຊາຊາດ ກ່ຽວກັບການຍົກສູງກຳລັງຄວາມສາມາດນຳພາໃຫ້ແກ່ແມ່ຍິງໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ກ່ວາ 5 ປີແຫ່ງການຜັນຂະຫຍາຍໂຄງການ, ດ້ວຍການເຄື່ອນໄຫວກ່ວາ 200 ຢ່າງຢູ່ທຸກຂັ້ນ, ທຸກຂະແໜງການ, ທຸກຮູບແບບ, ດ້ວຍຂະໜາດທີ່ແຕກຕ່າງກັນ ໄດ້ສ້າງເງື່ອນໄຂເພື່ອໃຫ້ກະຊວງການຕ່າງປະເທດຮຽງບ່າຮຽງໄຫລ່ພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆປະກອບສ່ວນໃຫ້ແກ່ພາລະກິດສ້າງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ເພື່ອຄວາມກ້າວໜ້າຂອງແມ່ຍິງ ຫວຽດນາມ.”
ທ່ານນາງ Pratibha Mehta, ຜູ້ປະສານງານຂອງສະຫະປະຊາຊາດ ປະຈຳ ຫວຽດນາມ ຮັບຮູ້ວ່າ: ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸຄວາມກ້າວໜ້າດີພໍສົມຄວນມຸ້ງໄປເຖິງການປະຕິບັດສຳເລັດບັນດາຈຸດໝາຍພັດທະນາສະຫັດສະຫວັດໃນນັ້ນມີຈຸດໝາຍລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ການສຶກສາ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເບິ່ງແຍງດູແລສຸຂະພາບຂອງເດັກ.