(vovworld) – ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 47 (AMM 47) ດຳເນີນໄປຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ, ວັນທີ 09/08 ໄດ້ອອກຖະແຫຼງການຮ່ວມຢືນຢັນ ອາຊຽນ ສືບຕໍ່ຮັກສາ, ປັບປຸງຄວາມສາມັກຄີ ແລະ ເປັນເອກະພາບຫຼັກໝັ້ນກ່ຽວກັບບັນດາບັນຫາກ່ຽວຂ້ອງພາຍໃນກຸ່ມ, ການພົວພັນຕ່າງປະເທດຂອງອາຊຽນ ກໍ່ຄືບັນດາບັນຫາສາກົນ ແລະ ພາກພື້ນ.
ຖະແຫຼງການຮ່ວມກໍ່ຊີ້ແຈ້ງວ່າ: ລັດຖະມົນຕີເຫັນດີຢັ້ງຢືນສືບຕໍ່ຊຸກຍູ້ບັນດາຫຼັກການ, ພື້ນຖານ ແລະ ຄຸນຄ່າຂອງອາຊຽນ ເມື່ອເຫັນດີຮັກສາ ແລະ ຊຸກຍູ້ອາຊຽນ ໃຫ້ກາຍເປັນພາກພື້ນນຳໜ້າໃນບັນດາພື້ນຖານການພົວພັນທີ່ດີໃນພາກພື້ນຜ່ານສັນຍາ “ສະໜິດສະໜົມ ແລະ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້” (TAC), ສັນຍາ “ພາກພື້ນອາຊຽນ ບໍ່ມີອາວຸດນິວເຄຼຍ” (SEANWFZ), ຖະແຫຼງການຂອງກອງປະຊຸມຂັ້ນສູງອາຊີ ກ່ຽວກັບບັນດາຫຼັກການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ DOC ພາຍໃຕ້ການສະໜັບສະໜູນຈາກບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນຢ່າງແຮງ.
ບັນດາລັດຖະມົນຕີເນັ້ນໜັກວ່າ: ອາຊຽນ ຈະເພີ່ມທະວີສຽງເວົ້າລວມໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ວິຕົກກັງວົນ, ພິເສດແມ່ນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ ແລະ ພັດທະນາ. ບັນດາລັດຖະມົນຕີກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີຄວາມມານະພະຍາຍາມໃນການຮ່ວມມືດ້ານການເມືອງ ແລະ ຄວາມສະຫງົບ ເພື່ອປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມສະຫງົບຂອງແຕ່ລະປະເທດສະມາຊິກອາຊຽນ ກໍ່ຄືໃຫ້ປະຊາຄົມອາຊຽນ ເວົ້າລວມ.
ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ສືບຕໍ່ມີຄວາມວິຕົກກັງວົນອັນເລິກເຊິ່ງຢູ່ທະເລຕາເວັນອອກ ແລະ ຢືນຢັນຄືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພທາງທະເລ ກໍ່ຄືການເດີນທະເລຢ່າງເສລີ ແລະ ການບິນຢູ່ທະເລຕາເວັນອອກ. ລັດຖະມົນຕີໄດ້ກະຕຸກຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຄວາມລະງັບໃຈ ແລະ ຫຼີກລ້ຽງບັນດາການກະທຳກໍ່ໃຫ້ສະພາບການສັບຊົນ ແລະ ກໍ່ຄວາມເສຍຫາຍເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງຜ່ານບັນດາມາດຕະການສັນຕິພາບ, ບໍ່ນາບຂູ່ ຫຼື ນຳໃຊ້ອາວຸດ, ລວມທັງການເຈລະຈາຢ່າງສະໜິດສະໜົມ, ທາບທາມຄວາມເຫັນ ແລະ ເຈລະຈາ, ເໝາະສົມກັບບັນດາຫຼັກການທີ່ໄດ້ຮັບການຮັບຮອງຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ບັນດາລັດຖະມົນຕີໄດ້ເຫັນດີ ເພີ່ມທະວີການທາບທາມຄວາມເຫັນກັບຈີນ ກ່ຽວກັບບັນດາມາດຕະການ, ກົນໄກຮັບປະກັນ ແລະ ເພີ່ມທະວີການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນໂດຍສັງລວມ, ກໍ່ຄືການເຈລະຈາແທດຈິງເພື່ອບັນລຸໄດ້ປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.