(vovworld) - ວັນທີ 06 ກັນຍາ, ຢູ່ນະຄອນທ່ອງທ່ຽວ Siem Reap, ປະເທດ ກຳປູເຈຍ ໄດ້ດຳເນີນກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 8 (AMMSWD 8). ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ພັດທະນາສັງຄົມໃຫ້ທຸກໆຢ່າງ”, ເຊິ່ງໄດ້ສຸມໃສ່ເຂົ້າໃນສະຫວັດດີການສັງຄົມໃຫ້ແກ່ເດັກ, ຄົນພິການ ແລະ ຜູ້ມີອາຍຸສູງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຕີລາຄາສູງບັນດາຜົນງານທີ່ໜ້າປະທັບໃຈຂອງບັນດາປະເທດອາຊຽນ ໃນວຽກງານຊຸກຍູ້ສະຫວັດດີການສັງຄົມ ແລະ ພັດທະນາສັງຄົມຂອງປະຊາຊົນພາຍໃນກຸ່ມ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Hun Sen ເນັ້ນໜັກວ່າ, ສະຫວັດດີການສັງຄົມ ແລະ ພັດທະນາສັງຄົມແມ່ນບັນຫາທີ່ມີລັກສະນະທົ່ວໂລກ ແລະ ມີຄວາມສຳຄັນຍິ່ງຕໍ່ບັນດາປະເທດພວມພັດທະນາ, ໃນນັ້ນສ່ວນຫຼາຍແມ່ນບັນດາປະເທດສະມາຊິກອາຊຽນ. ທ່ານນາຍົກລັດຖະມົນຕີ Hun Sen ກ່າວວ່າ.
“ເພື່ອປັບປຸງເສົ້າຄຳ້ປະຊາຄົມວັດທະນະທຳ, ສັງຄົມອາຊຽນ, ພວກເຮົາຕ້ອງເອົາໃຈໃສ່ຍົກສູງການໜູນຊ່ວຍສັງຄົມຈາກຂອບເຂດຂັ້ນລັດ ແລະ ຢູ່ທຸກຂັ້ນ ໃຫ້ເໝາະສົມກັບສະພາບການຂອງແຕ່ລະປະເທດອາຊຽນ, ແນໃສ່ຊ່ວຍໃຫ້ປະຊາຊົນ, ພິເສດແມ່ນຜູ້ທຸກຍາກ, ກຸ່ມເປົ້າໝາຍປະສົບກັບຄວາມສ່ຽງ , ຄົນພິການ, ໄວໜຸ່ມບໍ່ໄດ້ໄປໂຮງຮຽນ, ຄົນງານອົບພະຍົບ ແລະ ບັນດາຜູ້ຖືກເຄາະຮ້າຍຈາກບັນຫາອື່ນໆ ມີສິດໄດ້ຮັບການໜູນຊ່ວຍຈາກສັງຄົມ ສະເໝີພາບພ້ອມກັນບັນດາການບໍລິການທີ່ຈຳເປັນອື່ນໆ ໃຫ້ແກ່ຊີວິດຂອງເຂົາເຈົ້າ”.