ກອງປະຊຸມ “FTA ອີຢູ - ຫວຽດນາມ: ບັນດາກາລະໂອກາດໃໝ່”
ທຸ່ຍເວີນ, ກວາງຢຸງ, ນັກຂ່າວ VOV ປະຈຳຝລັ່ງ -  
(ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ
ເຈີ່ນກ໋ວກແຄ໋ງ ທີ່ກອງປະຊຸມ)
(vovworld) - ວັນທີ 14/09, ຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງອີຢູ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບຝ່າຍອີຢູ ແລະ ຄະນະຜູ້ຕາງໜ້າແບນຊິກ ຄຽງຂ້າງອີຢູ ໄດ້ຈັດກອງປະຊຸມສຳມະນາ “FTA ອີຢູ - ຫວຽດນາມ: ບັນດາກາລະໂອກາດໃໝ່”. ນີ້ແມ່ນກອງປະຊຸມສຳມະນາທຳອິດກ່ຽວກັບ EVFTA ຖືກຈັດຕັ້ງຢູ່ສະຫະພາບເອີລົບ, ດ້ວຍຈຸດປະສົງແຈ້ງຂໍ້ມູນຢ່າງຄົບຖ້ວນ ແລະ ລະອຽດເຖິງບັນດາວິສາຫະກິດເອີລົບ ກ່ຽວກັບບັນດາຜົນປະໂຫຍດຂອງສັນຍາ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຫົວໜ້າຄະນະເຈລະຈາຂອງອີຢູ ທ່ານ Mauro Petriccione ເນັ້ນໜັກວ່າ, “ບັນດາຄຸນຄ່າທີ່ມີຄວາມໝາຍຍຸດທະສາດ” ຂອງສັນຍາການຄ້າເສລີລະຫວ່າງອີຢູ ກັບຫວຽດນາມ ທີ່ພວມພັດທະນາຢ່າງແຮງ ແລະ ຂະຫຍັນຂັນເຄື່ອນ, ມີຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີແຫຼ່ງຄົນງານທີ່ອຸດົມສົມບຸນ ແລະ ພິເສດ, ຫວຽດນາມ ແມ່ນປະຕູສຳຄັນເພື່ອໃຫ້ບັນດາວິສາຫະກິດອີຢູ ສາມາດເປີດກວ້າງການດຳເນີນທຸລະກິດຢູ່ບັນດາປະເທດອາຊຽນ ແລະ ຕະຫຼາດໃຫຍ່ແຫ່ງຕ່າງໆ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ Mauro Petriccione ໃຫ້ຮູ້ວ່າ.
“ມີຂໍ້ຕິດຂັດຫຼາຍຂໍ້ຈາກຝ່າຍວິສາຫະກິດອີຢູ, ຈາກປະຊາຊົນອີຢູ ເຊິ່ງພວກຂ້າພະເຈົ້າຕ້ອງມີຄຳຕອບ. ພວມຂ້າພະເຈົ້າຕ້ອງໄຈ້ແຍກຢ່າງລະອຽດເປັນຫຍັງສັນຍາພັດມິຄວາມສຳຄັນສຳລັບທັງ 2 ຝ່າຍຫວຽດນາມ ແລະ ອີຢູ. ບັນດາຂໍ້ຕິດຂັດນັ້ນລ້ວນແຕ່ຖືກຕາມກົດໝາຍ ແລະ ຄວາມສາມາດເຂົ້າໃຈໄດ້, ສະນັ້ນ, ພວກຂ້າພະເຈົ້າຕ້ອງເພີ່ມທະວີການໂຄສະນາຂໍ້ມູນຂ່າວ ແລະ ອະທິບາຍໃຫ້ບັນດາວິສາຫະກິດເອີລົບ”.
ເມື່ອແລກປ່ຽນກັບນັກຂ່າວ VOV, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນກ໋ວກແຄ໋ງ ໃຫ້ຮູ້ວ່າ.
“ຜ່ານການພົບປະຢູ່ບຣຸກແຊນ ຄັ້ງນີ້, ພວກຂ້າພະເຈົ້າເຫັນໄດ້ຄວາມກະຕືລືລົ້ນທີ່ສຸດຂອງບັນດາວິສາຫະກິດອີຢູ, ຍ້ອນເຂົ້າເຈົ້າເຫັນໄດ້ອະນາຄົດບໍ່ພຽງແຕ່ລະຫວ່າງອີຢູ ກັບຫວຽດນາມ ເທົ່ານັ້ນ, ຫາກຍັງເຫັນໄດ້ວ່າ ຖ້າເຂົ້າເຈົ້າລົງທຶນເຂົ້າຫວຽດນາມ ອາດ ສາມາດສຳພັດກັບຕະຫຼາດໃຫຍ່ຂອງອາຊຽນ ດ້ວຍພົນລະເມືອງກວ່າ 600 ລ້ານຄົນ. ຍິ່ງກວ່ານັ້ນ, ຫວຽດນາມ ຍັງມີສັນຍາກັບບັນດາຕະຫຼາດໃຫຍ່ຄື: ອີຢູ, ລັດເຊຍ, ຍີ່ປຸ່ນ, ອົດສະຕາລີ… ຖ້າຫາກ TPP ໄດ້ຮັບຮອງເອົາ, ພວກເຮົາຍັງມີສັນຍາເສລີກັບອາເມລິກາ, ການາດາ ອີກ”.
ທຸ່ຍເວີນ, ກວາງຢຸງ, ນັກຂ່າວ VOV ປະຈຳຝລັ່ງ