ທ່ານລັດຖະມົນຕີວ່າການກະຊວງການຄ້າສາກົນ ແລະ ອຸດສາຫະກຳ
ມາເລເຊຍ Mustapa Mohamed ຈັດຕັ້ງການປະຊຸມຂ່າວ
(ພາບ: xaluan.com)
(vovworld) – ວັນທີ 20/8, ທ່ານລັດຖະມົນຕີວ່າການກະຊວງການຄ້າສາກົນ ແລະ ອຸດສາຫະກຳ ມາເລເຊຍ (MITI) Mustapa Mohamed ຈັດຕັ້ງການປະຊຸມຂ່າວຢູ່ສູນກອງປະຊຸມ ກົວລາລຳເປີ (KLCC) ກ່ຽວກັບກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 47 (AEM 47) ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີ Mustapa ໃຫ້ຮູ້ວ່າ: AEM 47 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 22/8 ຢູ່ KLCC. ນີ້ແມ່ນກອງປະຊຸມສຸດທ້າຍສຳຄັນທີ່ສຸດຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ, ກ່ອນທີ່ຈັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ໃນເດືອນ 11 ຈະມາເຖິງ ແລະ ກ່ອນທີ່ສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ (AEC) ໃນທ້າຍປີນີ້ຢ່າງເປັນທາງການ. ກອງປະຊຸມຈະປຶກສາຫາລືການປະຕິບັດບັນດາມາດຕະການຂອງ AEC, ພິເສດແມ່ນເລື່ອງສຳເລັດບັນດາຄຳໝັ້ນສັນຍາທີ່ໄດ້ຕົກລົງໃນແຜນການສັງລວມສ້າງຕັ້ງ AEC 2015; ກວດກາຄືນການສ້າງວິໄສທັດເສດຖະກິດພາຍຫລັງປີ 2015 ແລະ ແຜນການດຳເນີນງານຍຸດທະສາດໃນ 10 ປີຕໍ່ໄປ; ສ້າງແຜນສັງລວມວິສາຫະກິດຂະໜາດກາງ ແລະ ນ້ອຍໄລຍະ 2016 – 2025.
ໃນລະຫວ່າງວັນທີ 23 – 25/8 ຈະດຳເນີນກອງປະຊຸມທາບທາບຂອງບັນດາລັດຖະມົນຕີເສດຖະກິດ ອາຊຽນ ກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ ລວມມີບັນດາລັດຖະມົນຕີເສດຖະກິດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສຕາລີ, ນິວຊີແລນ, ອິນເດຍ, ການາດາ, ລັດເຊຍ ແລະ ອາເມລິກາ. ນອກຈາກນັ້ນ, ກອງປະຊຸມສຸດຍອດການຄ້າ ອາຊຽນ - ສະຫະພັນ ເອີຣົບ (ອີຢູ) ແລະ ເວທີປາໄສການລົງທຶນ ອາຊີຕາເວັນອອກ ກໍໄດ້ຈັດຕັ້ງໃນລະຫວ່າງວັນທີ 23 – 24/8. ບັນດາກອງປະຊຸມນີ້ຈະປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມສຳພັນເສດຖະກິດກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ.