(vovworld) – ພາຍຫຼັງຈັດກອງປະຊຸມເປັນເວລາ 2 ວັນ, ຢູ່ນະຄອນ Antalya, ທາງພາກໃຕ້ ຕວກກີ, ວັນທີ 16/11, ບັນດາການນຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G - 20) ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໃຫ້ຄຳໝັ້ນສັນຍາສືບຕໍ່ເຄື່ອນໄຫວເພື່ອແນໃສ່ບັນລຸໄດ້ການເຕີບໂຕເສດຖະກິດຢ່າງສົມດຸ່ນ, ໝັ້ນຄົງ ແລະ ເຂັ້ມແຂງ. ພາຍຫຼັງປຶກສາຫາລືບັນດາບັນຫາເສດຖະກິດ ແລະ ການເງິນຮີບດ່ວນໃນປະຈຸບັນ, ການນຳບັນດາປະເທດ G – 20 ໄດ້ເຫັນດີເປັນເອກະພາບຈະເຄື່ອນໄຫວຫຼາຍກວ່າອີກ ເພື່ອແນໃສ່ຊຸກຍູ້ວິວັດການຟື້ນຟູເສດຖະກິດທົ່ວໂລກທີ່ພວມອ່ອນເພຍ. ຖະແຫຼງການຮ່ວມພາຍຫຼັງກອງປະຊຸມໄດ້ໃຫ້ຂໍ້ສັງເກດວ່າ ການເຕີບໂຕດ້ານເສດຖະກິດທົ່ວໂລກໃນປະຈຸບັນ ບໍ່ສະໝໍ່າສະເໝີ ແລະ ຊັກຊ້າຢູ່ ເມື່ອທຽບໃສ່ຄວາມມຸ່ງຫວັງ. ຄຽງຂ້າງນັ້ນ, ຖະແຫຼງການຮ່ວມ G – 20 ຍັງເຕື້ອງເຖິງບັນດາບັນຫາປະຕິຮູບລະບົບພາສີສາກົນ, ການປະຕິຮູບກອງທຶນເງິນຕາສາກົນ (IMF), ຊຸກຍູ້ການສ້າງວຽກເຮັດງານທຳ, ການລົງທຶນ, ຍູ້ແຮງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການຕ້ານການສໍ້ລາບັງຫຼວງ ແລະ ການເພີ່ມທະວີມີປະສິດທິຜົນໃນການນຳໃຊ້ພະລັງງານ.