ຮູບຖ່າຍຈາກກອງປະຊຸມ
(ພາບ: Phạm Kiên/ນັກຂ່າວTTXVNປະຈຳລາວ
|
(vovworld) – ວັນທີ 26/2, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມວົງແຄບລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ. ເຂົ້າຮ່ວມກອງປະຊຸມ ມີຫົວໜ້າ SOM ASEAN ຂອງ 10 ປະເທດພາຄີ, ຜູ້ຕາງໜ້າຄະນະເລຂາ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ເປັນຫົວໜ້າຄະນະ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລາວ ອາລຸນແກ້ວ ກິດຕິຄຸນ ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມແມ່ນເພື່ອກະກຽມໃຫ້ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຈັດຕັ້ງໃນວັນທີ 27/2. ໃນໜຶ່ງວັນດຳເນີນກອງປະຊຸມ, ບັນດາເຈົ້າໜ້າທີ່ SOM ASEAN ປຶກສາຫາລືຫຼາຍບັນຫາສຳຄັນ, ພິເສດແມ່ນວິທີ ແລະ ບັນດາມາດຕະການເພື່ອປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ຢ່າງມີປະສິດທິຜົນ, ລວມມີການຈັດຕັ້ງປະຕິບັດແຜນການສັງລວມປະຊາຄົມການເມືອງ ອາຊຽນ ກໍ່ຄືບັນດາການພົວພັນກັບຄູ່ຮ່ວມມື, ຄູ່ເຈລະຈາ ອາຊຽນ. ກອງປະຊຸມກໍປະກາດກ່ຽວກັບຄວາມຄືບໜ້າຂອງແຜນການເຊື່ອມຕໍ່ ອາຊຽນ ພາຍຫຼັງປີ 2015 ແລະ ກະກຽມໃຫ້ແກ່ຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ ໄລຍະ 3.