(vovworld) – ຕອນເຊົ້າວັນທີ 15/7, ສະໂມສອນບານເຕາະ Arsenal (ລາຊະອານາຈັກ ອັງກິດ) ໄດ້ມາຮອດສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ) ເພື່ອກະກຽມໃຫ້ແກ່ການແຂ່ງຂັນມິດຕະພາບສາກົນກັບທິມຊາດ ຫວຽດນາມ ເມື່ອວັນທີ 17/7 ຈະມາເຖິງ. ການຕ້ອນຮັບບັນດາສະມາຊິກຂອງສະໂມສອນ Arsenal ຢູ່ສະໜາມບິນ ໂນ້ຍບ່າຍ ໄດ້ດຳເນີນໄປໃນບັນຍາກາດສະໜິດສະໜົມ. ເພື່ອຕອບສະໜອງຄວາມນິຍົມຂອງບັນດາຜູ້ນິຍົມບານເຕະ ຫວຽດນາມ, ບັນດານັກເຕະບານ Arsenal ໄດ້ສະແດງໃຫ້ເຫັນຄວາມສະໜິດສະໜົມ ແລະ ມີຄວາມມ່ວນຊື່ນເມື່ອມາຮອດ ຫວຽດນາມ. ເພື່ອນ ໂດ໋ຊວນກວນ, ໜຶ່ງໃນບັນດາສະມາຊິກຂອງກອງເຊຍ ຫວຽດນາມ, ແບ່ງປັນວ່າ:
“ຂ້າພະເຈົ້ານິຍົມຊົມຊອບສະໂມສອນ Arsenal ມາເປັນເວລາ 4, 5 ປີແລ້ວ. ຂ້າພະເຈົ້າມີຄວາມຮູ້ສຶກທັງມ່ວນ ທັງມີຄວາມເປັນຫ່ວງໃຍ. ມ່ວນຊື່ນຍ້ອນວ່າໄດ້ພົບປະກັບບັນດາດາລາເຕະບານທີ່ຕົນຊົມຊອບ, ນີ້ອາດຈະແມ່ນກາລະໂອກາດພຽງເທື່ອດຽວເທົ່ານັ້ນ. ຕ້ອງເຮັດແນວໃດເພື່ອໃຫ້ພາບພົດຂອງ ຫວຽດນາມ, ຂອງບັນດາຜູ້ນິຍົມ Arsenal ໃຫ້ດີງາມກ່ວາ.”