ກະກຽມວຽກງານຈັດຕັ້ງລາຍການເພື່ອຄົນທຸກຍາກ ປີ 2018 ຢ່າງຮອບຄອບຖີ່ຖ້ວນ

(VOVWORLD) - ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ້ງເຫວ້, ຫົວໜ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສົມທົບກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອກະກຽມຢ່າງລະອຽດ...

ວັນທີ 21 ສິງຫາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມີການເຮັດວຽກກັບລັດຖະບານກ່ຽວກັບໝາກຜົນຂອງການປະຕິບັດການລະດົມຂົນຂວາຍກອງທຶນ “ເພື່ອຄົນທຸກຍາກ”, ລາຍການຮັບປະກັນຊີວິດສັງຄົມ ແລະ ວຽກງານກະກຽມການຈັດຕັ້ງລາຍການຖ່າຍທອດສົດ “ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2018.

    ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ້ງເຫວ້, ຫົວໜ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສົມທົບກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອກະກຽມຢ່າງລະອຽດ ແລະ ໃນການຈັດຕັ້ງລາຍການຖ່າຍທອດສົດ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ໃຫ້ປະສົບຜົນສຳເລັດ. ໃນວັນທີ 17 ຕຸລາ 2018 ນີ້, ເພື່ອໃຫ້ເຫດການດຳເນີນຢ່າງແທດຈິງ, ມີກຳລັງແຜ່ກະຈາຍທີ່ເຂັ້ມແຂງ, ລະດົມການຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນທຸກຍາກໃນທົ່ວສັງຄົມ.

    ທ່ານຮອງນາຍົກລັດຖະມົນຕີ ກໍໃສ່ໃຈວ່າ ຄຽງຄູ່ກັບການຍູ້ແຮງການໂຄສະນາສື່ສານກ່ຽວກັບເດືອນເພື່ອຄົນທຸກຍາກນັ້ນ ເຊິ່ງຈຸດເນັ້ນໜັກແມ່ນ ລາຍການຖ່າຍທອດສົດ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2018 ຄວນຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍ, ເຊີດຊູບັນດາຜູ້ທີ່ເປັນແບບຢ່າງ, ວົງຄະນະຍາດທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຊີດຊູບັນດາວິສາຫະກິດສ່ວນບຸກຄົນທີ່ມີການປະກອບສ່ວນໜູນຊ່ວຍຄົນທຸກຍາກ; ຈັດຕັ້ງມອບລາງວັນສື່ມວນຊົນກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ປຸກລະດົມການສົ່ງຂໍ້ຄວາມຜ່ານໂທລະສັບມືຖືເພື່ອໜູນຊ່ວຍຄົນທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ