ປ້າ ຫງວຽນ​ທິ​ຫຶວ​ຫາວ: ການ​ເຮັດ​ວຽກ​ຢູ່ VOV ​ແມ່ນ​ບາດ​ລ້ຽວ​ທີ່​ມີ​ຄວາມ​ໝາຍ​ໃນ​ຊີ​ວິດ

(VOVWORLD) - ປ້າ ຫງວຽນທິຫຶວຫາວ ບໍ່ພຽງແຕ່ໄດ້ເປັນທີ່ຮູ້ຈັກວ່າ ເປັນຄູສອນວັທະນະທຳໃຫ້ແກ່ນັກສຶກສາ ລາວ ເທົ່ານັ້ນປ້າຍັງໄດ້ຮູ້ຈັກເຖິງໃນນາມເປັນບັນນາທິການພາກພາສາລາວ ຂອງວິທະຍຸກະຈາຍສຽງກະຈາຍສຽງ ຫວຽດນາມນາຍແປພາສາ ຫວຽດ - ລາວ ອີກດ້ວຍເຖິງວ່າໄດ້ຜ່ານຫຼາຍໜ້າທີ່ສະພາບແວດລ້ອມທີ່ແຕກຕ່າງກັນແຕ່ສຳລັບປ້າແລ້ວເລື່ອງຍ້າຍມາເຮັດວຽກຢູ່ ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນບາດລ້ຽວທີ່ມີຄວາມໝາຍໃນຊີວິດ ເຊິ່ງວຽກງານເປັນບັນນາທິການຫ້ລາຍການກະຈາຍສຽງ ເປັນອາຊີບທີ່ປ້າບໍ່ເຄີຍຄິດເຖິງ.

ໂດຍນັ່ງມິດງຽບໃນຕັ່ງໂຊຟາຢູ່ຫ້ອງຮັບແຂກ, ແມ່ເຖົ້າອາຍຸ 82 ປີ (ເກີດປີ 1942) ສາຍຕາລອຍອອກໄປນອກລະບຽງຂອງອາພາດເມັ້ນຕັ້ງຢູ່ເລກທີ 97 ຖະໜົນຫຼາງຫະ, ຮ່າໂນ້ຍ,  ປ້າຫງວຽນທິຫຶວຫາວ -  ອະດີດບັນນາທິການລາຍການກະຈາຍສຽງພາກພາສາລາວ ຂອງວິທະຍຸກະຈາຍສຽງ ຫວຽດນາມ ພວມຫວນຄືນຊີວິດຂອງຕົນ. ໃນຊີວິດຂອງປ້າ ມີ 2 ບາດລ້ຽວສຳຄັນ. ເມື່ອແບ່ງປັນກ່ຽວກັບບາດລ້ຽວຕັດສິນທຳອິດ, ປ້າໃຫ້ຮູ້ວ່າ:

ປີ 1961, ລັດຖະບານ ໄທ ແລະ ລັດຖະບານ ຫວຽດນາມ ຈັດສົ່ງຊາວ ຫວຽດນາມ ອາໄສ ຢູ່ໄທກັບຄືນເມືອປະເທດ. ໂດຍເປັນຊາວ ຫວຽດນາມ ອາໄສຢູ່ ໄທ ຖືສັນຊາດໄທ, ຂ້າພະເຈົ້າບໍ່ຢາກກັບຄືນປະເທດກໍໄດ້, ແຕ່ຂ້າພະເຈົ້າພັດຢາກັບ. ຄອຄົວຂ້ພະເຈົ້າບໍ່ມີໃຜກັບ, ມີພຽງແຕ່ຂ້າພະເຈົ້າ. ສະໄໝນັ້ນ, ຂ້າພະເຈົ້າຍັງໜຸ່ມ, ສະນັ້ນ ກໍຢາກກັບເມືອປະເທດເພື່ອເຂົ້າຮ່ວມການສ້າງສາບ້ານເກີດເມືອງນອນ. ເຖິງຮູ້ວ່າກັບເມືອປະເທດ ຈະລຳບາກ, ແຕ່ລຳບາກແນວໃດຂ້າພະເຈົ້າກໍກັບ”.

ເຖິງວ່າຮູ້ລ່ວງໜ້າວ່າ ກັບເມືອປະເທດຈະລຳບາກ, ຍ້ອນວ່າ ສະພາບການຢູ່ພາຍໃນປະເທດໃນຄາວນັ້ນ ແມ່ນພວມຖືກປົກຄຸມໄປດ້ວຍລູກລະເບີດສຽງປືນ, ປະຊາຊົນທົ່ວປະເທດພວມພະຍາຍາມຊອກທຸກວິທີທາງ ເພື່ອຕ້ານຄືນຈັກກະພັດ ອາເມລິກາ. ແຕ່ດ້ວຍຄວາມຮັກປະເທດຊາດອັນລົ້ນເຫຼືອ ແລະ ມີຄວາມຄາດຫວັງຢາກອຸທິດສ່ວນໃຫ້ແກ່ບ້ານເມືອງ, ສະນັ້ນ ນາງສາວ ອາຍຸ 19 ປີ ໃນຄາວນັ້ນ ໄດ້ຕັດສິນໃຈກັບຄືນເມືອປະເທດ.

 
ປ້າ ຫງວຽນ​ທິ​ຫຶວ​ຫາວ: ການ​ເຮັດ​ວຽກ​ຢູ່ VOV  ​ແມ່ນ​ບາດ​ລ້ຽວ​ທີ່​ມີ​ຄວາມ​ໝາຍ​ໃນ​ຊີ​ວິດ - ảnh 1ປ້າຫງວຽນທິຫຶວຫາວ ເລົ່າຄືນບຸນວາດສະໜາປ້າກາຍເປັນບັນນາທິການຂອງ VOV

ຫຼັງຈາກຕັດສິນໃຈຢູ່ຫ່າງໄກຈາກຄອບຄົວ ແລະ ກັບຄືນເມືອປະເທດຈາກເຂດຕາເວັນອອກສ່ຽງເໜືອຂອງ ປະເທດ ໄທ, ປ້າ ໄດ້ຮັບການມອບໝາຍໜ້າທີ່ໃຫ້ເປັນຄູສອນໜັງສືໃຫ້ແກ່ນັກຮຽນ ລາວ ຢູ່ໂຮງຮຽນ ບັກຢາງ, ປະກອບສ່ວນເຂົ້າໃນພາລະກິດລົບລ້າງໄພກືກໜັງສືໃນປາງສົງຄາມຂອງ ລາວ. ພາຍຫຼັງສອນມາໄດ້ 1 ປີ, ປ້າມີຄວາມປາດຖະໜາຢາກປະກອບສ່ວນຫຼາຍກວ່າໃຫ້ແກ່ການພົວພັນສອງປະເທດ, ປ້າກາຍເປັນບັນນາທິການລາຍການກະຈາຍສຽງພາກພາສາ ລາວ, ວິທະຍຸກະຈາຍສຽງ ຫວຽດນາມ. ນີ້ແມ່ນບາດລ້ຽວທີ 2 ໃນຊີວິດຂອງປ້າ:

ຂ້າພະເຈົ້າເຂົ້າເຮັດວຽກຢູ່ວິທະຍຸແຕ່ເດືອນພຶດສະພາ ປີ 1971, ສະໄໝນັ້ນແມ່ນນັ່ງເຮັດວຽກຢູ່ຕຶກເລກທີ 58 ຖະໜົນກວ໋ານຊື໊. ຕອນນັ້ນ, ຂ້າພະເຈົ້າອາຍຸ 30 ປີ. ໃນເບື້ອງຕົ້ນ, ຂ້າພະເຈົ້າກໍມີຄວາມແປກໃໝ່ ຍັງບໍ່ລຶ້ງ ແລະ ພຽງແຕ່ນັ່ງແປຂ່າວ, ບົດເທົ່ານັ້ນ, ຍັງບໍ່ທັນໄດ້ອ່ານຂ່າວເທື່ອ. ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າເປັນຄູສອນ, ສຳນຽງຂອງຂ້າພະເຈົ້າກໍປົນເປຈາກຫຼາຍເຂດພາກເຂົ້າກັນ, ໂດຍບໍ່ແມ່ນສຳນຽງຂອງຊາວ ວຽງຈັນ ແທ້ໆ”.

ຕອນທີ່ຫາກໍເຂົ້າເຮັດວຽກຢູ່ວິທະຍຸ, ຍ້ອນຍັງບໍ່ທັນມີຄວາມຮູ້ວິຊາສະເພາະດ້ານກະຈາຍສຽງ ແລະ ສື່ມວນຊົນ, ໄປຄຽງຄູ່ກັນນັ້ນ, ປ້າຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບສາຍຕາ, ສະນັ້ນ ການເຮັດວຽກຢູ່ວິທະຍຸ ບໍ່ຄ່ອຍສະດວກພໍປານໃດ. ແຕ່ດ້ວຍຄວາມດຸໝັ່ນ, ຢຶດໝັ້ນຝຶກຝົນຫຼໍ່ຫຼອມ, ມັກຮັກການຊອກຮູ້ຄົ້ນຄິດສະແຫວງຫາ ໄດ້ຊ່ວຍໃຫ້ແມ່ຍິງໂຕນ້ອຍໆ ກັບຮອຍຍິ້ມທີ່ນິ້ມນວນອ່ອນໂຍນຄົນນີ້ ປັບຕົວ ແລະ ເຮັດອາຊີບບັນນາທິການໄດ້ຢ່າງວ່ອງໄວ.

ປີ 1979, ຂ້າພະເຈົ້າໄດ້ຖືກສົ່ງໄປຮຽນຢູ່ລາວ ເພື່ອຝຶກອ່ານສຳນຽງ ວຽງຈັນ ເປັນເວລາ 2 ເດືອນ. ໃນໄລຍະນັ້ນ, ບັນດາເພື່ອນລາວ ໄດ້ແນະນຳວິທີອ່ານແນວໃດໃຫ້ຖືກຕ້ອງ, ເຊິ່ງເວົ້າໄດ້ວ່າ ຂ້າພະເຈົ້າມີຄວາມຕັ້ງໝັ້ນທີ່ສຸດ, ຕອນນັ້ນ ຝືກອ່ານຄືຝຶກຮ້ອງເພງ, ເຂົາເຈົ້າອ່ານກ່ອນ ແລ້ວເຮົາອ່ານຮຽນແບບຕາມເຂົາ. ເຮົາຜິດຢູ່ບ່ອນໃດ, ເຂົາຈະປັບໃຫ້ເຮົາຢູ່ບ່ອນນັ້ນ. ບໍ່ພຽງແຕ່ເທົ່ານັ້ນ, ຂ້າພະເຈົ້າກໍເປັນເຈົ້າການ ແລະ ຕັ້ງໃຈຮຽນຄຳສັບໃໝ່ໃຊ້ຄຳສັບແນວໃດໃຫ້ຖືກຕ້ອງອີກດ້ວຍ”.

ປ້າ ຫງວຽນ​ທິ​ຫຶວ​ຫາວ: ການ​ເຮັດ​ວຽກ​ຢູ່ VOV  ​ແມ່ນ​ບາດ​ລ້ຽວ​ທີ່​ມີ​ຄວາມ​ໝາຍ​ໃນ​ຊີ​ວິດ - ảnh 2ທຸກໆປີປ້າ ຫງວຽນທິຫຶວຫາວ ລ້ວນແຕ່ເຂົ້າຮ່ວມລາຍການພົບປະສັງສັນອະດີດພະນັກງານ VOV5  ແລະ ພ້ອມກັບເພື່ອນຮ່ວມງານຫວນຄືນຄວາມຊົງຈຳທີ່ຕິດພັນກັບອາຊີບບັນນາທິການມາເກືອບ 26 ປີ

ຈາກຜູ້ໜຶ່ງທີ່ມີນ້ຳສຽງບໍ່ຖືກສຳນຽງ, ຜ່ານການຝຶກຊ້ອມເປັນຫຼາຍມື້ຫຼາຍວັນ,  ໃນທີ່ສຸດ ປ້າກໍໄດ້ອ່ານຂ່າວ, ບົດ ແລະ ເປັນທີ່ຮູ້ຈັກຂອງມິດລາຍການຫຼາຍຄົນ. ໄປຄຽງຄູ່ກັນນັ້ນ, ການເຮັດວຽກຢູ່ວິທະຍຸ ກໍຊ່ວຍໃຫ້ປ້າໄດ້ມີໂອກາດໄດ້ແປໃນຫຼາຍຂົງເຂດ, ຫຼາຍປະເພດທີ່ແຕກຕ່າງກັນ, ຈາກນັ້ນ ກໍ່ຊ່ວຍໃຫ້ປ້າ ສະສົມໄດ້ແຫຼ່ງຄຳສັບທີ່ອຸດົມສົມບູນ, ຫຼາກຫຼາຍ ແລະ ປະຕິບັດສຳເລັດໜ້າທີ່ເປັນນາຍແປພາສາໃຫ້ແກ່ບັນດາເຫດການໃຫຍ່ຂອງສອງປະເທດ ຫວຽດນາມ - ລາວ ໄດ້ເປັນຢ່າງດີ, ແປປຶ້ມ ລາວ - ຫວຽດ, ຫວຽດ - ລາວ ຈຳນວນຫຼາຍເຫຼັ້ມ, ປະກອບເຫື່ອແຮງເລັກໆນ້ອຍໆຂອງຕົນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ຈົນຮອດທຸກມື້ນີ້, ຂ້າພະເຈົ້າຍັງເຫັນວ່າ, ການຕັດສິນໃຈຍ້າຍມາເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນການຕັດສິນໃຈທີ່ຖືກຕ້ອງ. ມັມີຄວາມສຳຄັນສຳລັບຊີວິດຂອງຂ້າພະເຈົ້າ. ເຮັດວຽກຢູ່ວິທະຍຸໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ຄວາມເຂົ້າໃຈຫຼາຍຂຶ້ນ, ບໍ່ວ່າຈະເປັນຂົງເຂດການເມືອງ, ວັດທະນະທຳ, ເສດຖະກິດ, ສັງຄົມ ແລະ ຊ່ວຍໃຫ້ຂ້າພະເຈົ້າ ມີພື້ນຖານທີ່ດີໃນຊີວິດ”.

26 ປີທີ່ຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ, ທ່ານບັນນາທິການ ນາງ ຫງວຽນທິຫືວຫາວ ບໍ່ພຽງແຕ່ອຸທິດສ່ວນເຂົ້າໃນພາລະກິດກະຈາຍສຽງພາສາຕ່າງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນໂດຍກົງ ເຂົ້າໃນການເພີ່ມພູນຄູນສ້າງ, ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ລາວ ອີກດ້ວຍ. ຊົງຜົມສັ້ນໆຂອງປ້າກໍງອກເກືອບໝົດ, ສາຍຕາກໍບໍ່ຄ່ອຍເຫັນຮຸ່ງ, ການໄປມາກໍເລີ່ມຍາກວ່າແຕ່ກ່ອນ, ແຕ່ບັນດາງານພົບປະ, ສະເຫຼີມສະຫຼອງໃຫຍ່ນ້ອຍຂອງວິທະຍຸ, ປ້າຍັງມີໜ້າເຂົ້າຮ່ວມຄົບໝົດທຸກງານ ດ້ວຍຄວາມປາດຖະໜາຢາກເປັນແຫຼ່ງລະດົມກຳລັງໃຈໃຫ້ແກ່ບັນນາທິການລຸ້ນໜຸ່ມ ແລະ ພ້ອມກັບເພື່ອນຮ່ວມງານຫວນຄືນຊຸມວັນເດືອນປີທີ່ຮຽງບ່າຮຽງໄຫຼ່ນຳຄື້ນວິທະຍຸທີ່ແຜ່ກະຈາຍໄປໄກ./.

ຕອບກັບ

ຂ່າວ/ບົດ​ອື່ນ