(VOVWORLD) - ຊຸມວັນທ້າຍປີ 2019 ນີ້, ຢູ່ທ່າກໍ່າປັ່ນ ກອງພັນນ້ອຍ 167, ກອງບັນຊາການ ກອງທັບເຮືອ ເຂດ 2 ແຂວງ ບ່າເຣ້ຍ - ຫວູງເຕົ່າ, ບັນດາພະນັກງານ, ນັກຮົບ ຂຸ້ນຂ້ຽວຂົນສົ່ງສິນຄ້າ, ຂອງຂວັນປີໃໝ່ໃສ່ກໍ່າປັ່່ນ ເພື່ອສົ່ງໄປໃຫ້ຮ້ານຍາມ DK1, ກໍ່າປັ່ນປະຈໍາການ ແລະ ໝູ່ເກາະ.
ວຽກງານກະກຽມສິນຄ້າໃຫ້ແກ່ຮ້ານຍາມ, ກໍຄືຂອງຂວັນປີໃໝ່ ໄດ້ກະກຽມສໍາເລັດໂດຍພື້ນຖານ |
ງ່າຕົ້ນຄາຍ, ຕົ້ນໝາກແປ້ນ, ໃບຕອງ, ເຂົ້າຕົ້ມ... ແມ່ນບັນດາຂອງຝາກຂອງຕ້ອນຂອງປະຊາຊົນຢູ່ທຸກເຂດພາກໃນທົ່ວປະເທດ ຢາກຝາກເຖິງທະຫານ ແລະ ປະຊາຊົນຢູ່ເຂດໝູ່ເກາະ. ທ່ານຮ້ອຍເອກ ເລຢຸຍຊື໋ວ, ພະນັກງານການເມືອງ ຮອງຫົວໜ້າກອງພັນ DK1 ໃຫ້ຮູ້ວ່າ:
“ວຽກງານກະກຽມສິນຄ້າໃຫ້ແກ່ຮ້ານຍາມ, ກໍຄືຂອງຂວັນປີໃໝ່ຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດໃນທົ່ວປະເທດ ທີ່ໄດ້ຝາກມານັ້ນ ພວກຂ້າພະເຈົ້າໄດ້ຮັບແລ້ວ ແລະ ປະຕິບັດເປັນຢ່າງດີ. ທັນຍາຫານ, ສະບຽງອາຫານຮັບໃຊ້ບຸນປີໃໝ່ໃຫ້ແກ່ນາຍທະຫານ ແມ່ນໄດ້ກະກຽມສໍາເລັດໂດຍພື້ນຖານ. ພິເສດ, ປີນີ້, ພວກຂ້າພະເຈົ້າ ໄດ້ຮັບຈົດໝາຍລະດົມໃຈ, ຈົດໝາຍຢື້ຢາມຖາມຂ່າວນັກຮົບຫຼາຍສະບັບຈາກນ້ອງໆນັກຮຽນ, ນັກສຶກສາຢູ່ທຸກແຖບຖິ່ນໃນທົ່ວປະເທດ. ຂ້າພະເຈົ້າຄິດວ່າ, ນີ້ແມ່ນຂອງຂວັນທາງດ້ານຈິດໃຈທີ່ໃຫຍ່ຫຼວງທີ່ສຸດ, ອັນໄດ້ສະແດງໃຫ້ເຫັນຄວາມຮັກແພງບ້ານເກີດເມືອງນອນ, ຮັກຫອມປະເທດຊາດຂອງພວກນ້ອງໆ”.
ເຈິ່ນຕ໊ວນ