(ພາບປະກອບອິນເຕີແນດ)
(vovworld) – “ກະຈາຍສຽງກູ້ເອົາຊີວິດມະນຸດ“ ແມ່ນຄຳຖະແຫຼງທີ່ໄດ້ຮັບການເນັ້ນໜັກໃນສານຂອງບັນດາການນຳໂລກ ທີ່ສະເຫຼີມສະຫຼອງວັນກະຈາຍສຽງໂລກ 2016 (13/2). ປີນີ້, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ເລືອກເຟັ້ນຫົວຂໍ້ “ກະຈາຍສຽງໃນໄລຍະອັນຮີບດ່ວນ ແລະ ໄພພິບັດ“ ໃຫ້ວັນກະຈາຍສຽງໂລກປີ 2016, ເພື່ອເນັ້ນໜັກວ່າ, ຍາມໃດ ກະຈາຍສຽງກໍ່ແມ່ນພາຫະນະໂຄສະນາຢ່າງກວ້າງຂວາງທີ່ສຸດ, ໃນເວລາໄວທີ່ສຸດເຖິງປະຊາຄົມ, ຜູ້ຟັງໃນທົ່ວໂລກ.
ເນື່ອງໃນໂອກາດວັນກະຈາຍສຽງໂລກປີ 2016, UNESCO ໄດ້ຍົກອອກສານທີ່ວ່າ, ກະຈາຍສຽງກູ້ເອົາຊີວິດມະນຸດ; ຮັບປະກັນຄວາມປອດໄພໃຫ້ບັນດານັກຂ່າວ; ກະຈາຍສຽງມີຜົນສະທ້ອນເຖິງສັງຄົມ; ຮັກສາສິດໄດ້ສຳຜັດກັບຂໍ້ມູນຂ່າວໃນກໍລະນີຮີບດ່ວນ ແລະ ໄພພິບັດ… ໃນສານສະເຫຼີມສະຫຼອງວັນກະຈາຍສຽງໂລກປີ 2016, ຜູ້ອຳນວຍການໃຫຍ່ UNESCO ທ່ານນາງ Ilrinna Bokova ເນັ້ນໜັກວ່າ: ກະຈາຍສຽງແມ່ນກຳລັງແຮງຂອງການສື່ສານ. ທ່ານນາງກໍ່ຮຽກຮ້ອງບັນດາປະເທດສະມາຊິກ UNESCO ພັດທະນາ ແລະ ເພີ່ມທະວີຄວາມສາມາດຂອງກະຈາຍສຽງ.
ໃນສານຂອງຕົນ, ທ່ານ Ban Ki-moon ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກວ່າ, ຜ່ານກະຈາຍສຽງ, ປະຊາຊົນສາມາດອອກສຽງ, ແລະທັດສະນະຂອງເຂົາເຈົ້າຈະໄດ້ຮັບຟັງ. ທ່ານ Ban Ki-moon ຢືນຢັນວ່າ, ປີນີ້ພວກເຮົາເລີ່ມປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ, ດັ່ງນັ້ນພວກເຮົາຈົ່ງນຳໃຊ້ກະຈາຍສຽງເພື່ອຮັບໃຊ້ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດ.