ການນຳ VOV ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ
ວັນກະຈາຍສຽງໂລກ
|
(vovworld)- ກະຈາຍສຽງຍາມໃດກໍແມ່ນຮູບການສື່ສານທີ່ມີປະໂຫຍດ,ຂໍ້ມູນຂ່າວເປັນຫລາຍຮູບຫລາຍແບບ. ສິ່ງດັ່ງກ່າວໂດຍແມ່ນທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຢັ້ງຢືນທີ່ພິທີສະເຫລີມສະຫລອງວັນກະຈາຍສຽງໂລກ ປີ 2017(World Radio Day 2017) ຊື່ງດຳເນີນໄປໃນຕອນບ່າຍວັນທີ 13/2 ຢູ່ຮ່າໂນ້ຍ. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນເທກີ໋ ໃຫ້ຮູ້ວ່າ: ຫົວຂໍ້ຂອງວັນກະຈາຍສຽງໂລກ 2017 ແມ່ນ “ກະຈາຍສຽງແມ່ນເພື່ອນ”, ແມ່ນແນວຄວາມຄິດກ່ຽວກັບຮູບການສືຶ່ສານທີ່ອຸດົມສົມບູນ, ຫລາຍຮູບຫລາຍແບບ, ປອດໃສ, ມະນຸດສາດ. ຫົວຂໍ້ໄດ້ເນັ້ນຫນັກຢ່າງແຮງເຖິງການເຂົ້າຮ່ວມເປັນປະຈຳ, ຕັ້ງຫນ້າຂອງຜູ້ຟັງຕໍ່ການກະຈາຍສຽງ. ຜູ້ຟັງແມ່ນປະຖົມປັດໄຈຫລັກແຫລ່ງ, ແມ່ນກຳລັງປະກອບສ່ວນຕົ້ນຕໍໃຫ້ແກ່ຍຸດທະສາດ ແລະ ນະໂຍບາຍຂອງບັນດາສະຖານີວິທະຍຸກະຈາຍສຽງ. ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຢືນຢັນວ່າ:
“ໂດຍແມ່ນວິທະຍຸກະຈາຍສຽງແຫ່ງຊາດ, VOV ຍາມໃດກໍແມ່ນຫົວຫນ່ວຍນຳຫນ້າໃນການປ່ຽນແປງໃຫມ່, ຫັນບັນດາພາຫະນະສື່ສານເປັນທັນສະໄຫມ, ເພື່ອຕອບສະຫນອງຄວາມຕ້ອງການຂອງສາທາລະນະຊົນໃຫ້ດີສຸດ. ບັນດາຊ່ອງກະຈາຍສຽງຂອງ VOV ແມ່ນເອົາໃຈໃສ່ເຖິງການສ້າງຫລາຍລາຍການມີເນື້ອໃນເປີດ, ມີລັກສະນະກະທົບຕໍ່ກັນ, ເພື່ອດຶງດູດການເຂົ້າຮ່ວມຂອງສາທາລະນະຊົນເຂົ້າໃນບັນດາລາຍການກະຈາຍສຽງ, ມີການປ່ຽນແປງໃຫມ່ເທື່ອລະກ້າວ ແລະເຮັດໃຫ້ບັນດາລາຍການກະຈາຍສຽງດູດດື່ມກວ່າ”.
ທີ່ພິທີສະເຫລີມສະຫລອງ ກໍດຳເນີນກອງປະຊຸມ 2 ຄັ້ງ ດ້ວຍຫົວຂໍ້: “ກະຈາຍສຽງແມ່ນເພື່ອນ” ແລະ “ກະຈາຍສຽງເພີ່ມທະວີຄວາມສະເຫມີພາບ” ໂດຍມີການເຂົ້າຮ່ວມຂອງບັນດານັກປະຖະກະຖາຂັ້ນສູງ, ບັນດາຄູສອນ, ນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ Susan Vize, ຜູ້ຮັກສາການຫົວຫນ້າຫ້ອງການ UNESCO ປະຈຳຮ່າໂນ້ຍ ຖືວ່າ:
“ກະຈາຍສຽງແມ່ນຫນຶ່ງໃນບັນດາພາຫະນະສື່ສານທີ່ຂະຫຍັນຂັນເຄື່ອນ, ກະທົບຕໍ່ກັນ ແລະ ຜ່ານຂໍ້ມູນຂ່າວ, ການບັນເທິງ ແລະ ການເຂົ້າຮ່ວມຂອງຜູ້ຟັງຈະ ເຮັດໃຫ້ພວກເຮົາມີການປ່ຽນແປງນຳ.ຂ້າພະເຈົ້າຕີລາຄາສູງຂໍ້ລິເລີ່ມຂອງ VOV ທີ່ໄດ້ຈັດຕັ້ງກອງປະຊຸມສຳມະນາ 2 ຄັ້ງ ແລະ ຫວັງວ່າ ດ້ວຍຄວາມມານະພະຍາຍາມນີ້ຈະຊ່ວຍເພີ່ມທະວິການອັບເດັດຂໍ້ມູນຂ່າວ, ການເຂົ້າຮ່ວມຂອງຜູ້ຟັງຫລາຍກວ່າ.”