ກະຊວງການຕ່າງປະເທດລັດເຊຍ:ການບຸກໂຈມຕີຢູ່Donetskແມ່ນການກະທຳເກາະຜິດຢ່າງຮ້າຍແຮງ
ຄວັນຈາກສະໜາມບິນ Donetsk ພາຍຫຼັງການບຸກໂຈມຕີ
(ພາບ: AFP-TTXVN)
|
(vovworld) – ຕາມສຳນັກຂ່າວສານ Reuters ແລ້ວ, ໃນຖະແຫຼງການໜຶ່ງ ເມື່ອວັນທີ 22/1, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຕຳນິຕິຕຽນການຍິງປືນໃຫຍ່ເຂົ້າພາຫະນະສາທາລະນະໃນວັນດຽວກັນເຮັດໃຫ້ສາມັນຊົນຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ ຢູ່ນະຄອນ Donetsk, ພາກຕາເວັນອອກ ຢູແກຼນ, ແມ່ນການກະທຳ “ເກາະຜິດຢ່າງຮ້າຍແຮງ”. ກະຊວງດັ່ງກ່າວກໍ່ເນັ້ນໜັກວ່າ: “ພວກຂ້າພະເຈົ້າຖືເຫດການດັ່ງກ່າວແມ່ນໂທດກຳຕ້ານຄືນມະນຸດ, ແມ່ນການກະທຳເກາະຜິດຢ່າງເປິດແປນ ເພື່ອມ້າງທຳລາຍບັນດາຄວາມມານະພະຍາຍາມຊອກຫາມາດຕະການສັນຕິພາບໃຫ້ວິກິດການຢູ່ ຢູແກຼນ”. ໃນເຫດການເກີດຂຶ້ນໃນວັນດຽວກັນ, ລູກປືນໃໝ່ໄດ້ຕົກເຂົ້າສູ່ລົດໄຟຟ້າບົນຖະໜົນ Kuprin, ເມືອງ Lenin ຢູ່ໃຈກາງນະຄອນ Donetsk, ເຮັດໃຫ້ 13 ຄົນເສຍຊີວິດ ແລະ 20 ຄົນຖືກຮັບບາດເຈັບ. ຫຼັງຈາກນັ້ນກະຊວງປ້ອງກັນຄວາມສະຫງົບ ຢູແກຼນ ໄດ້ອອກຖະແຫຼງຖິ້ມໂທດໃຫ້ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ປະເທດນີ້. ໃນຂະນະນັ້ນ, ປະຊາຊົນທ້ອງຖິ່ນໃຫ້ຮູ້ວ່າ ກອງທັບ ຢູແກຼນ ໄດ້ຍິງປືນໃຫຍ່ໃສ່ໂຮງງານຜະລິດລົດໂອໂຕ Donetsk ຢູ່ເມືອງ Lenin.