(ພາບປະກອບ: VOA)
(vovworld) – ວັນທີ 8/4, ເນື່ອງໃນໂອກາດບຸນປີໃໝ່ ຂອງລາວ, ທ່ານ ດັ່ງດິ່ງກູ໋ຍ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດ ໄປຢ້ຽມຢາມ, ອວຍພອນປີໃໝ່ສະຖານທູດ ລາວ ປະຈຳ ຫວຽດນາມ. ນະທີ່ນີ້, ທ່ານດັ່ງດິ່ງກູ໋ຍ ຢັ້ງຢືນວ່າ: ຫວຽດນາມ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ, ປາດຖະໜາຢາກໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືທີ່ມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ສ່ວນທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຫວັງວ່າ: ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການເພີ່ມທະວີຢ່າງເລິກເຊິ່ງ ແລະ ກ້ວາງຂວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.