ກະຊວງການຕ່າງປະເທດ ພົບປະກັບສື່ມວນຊົນຕ່າງປະເທດ
(VOVWORLD) -ໂດຍແບ່ງປັນກ່ຽວກັບຂະແໜງການທູດໃນປີ 2022, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໃຫ້ຂໍ້ສັງເກດວ່າ ດ້ວຍບັນດາຄວາມມານະພະຍາຍາມທີ່ໜຽວແໜ້ນ ຂະແໜງການຕ່າງປະເທດໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສຳເລັດການຕ່າງປະເທດລວມຂອງ ຫວຽດນາມ.
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລະ ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຢູ່ເຫດການ (ພາບ: baoquocte.vn) |
ວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ເປັນປະທານການພົບປະກັບສື່ມວນຊົນສາກົນນັດສາມັນຂອງກະຊວງການຕ່າງປະເທດ ແລະ ແຂກຖືກເຊີນທີ່ເປັນນັກຂ່າວ, ຜູ້ຊ່ວຍວຽກບັນດາຫ້ອງການສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ແລະ ພະນັກງານຮັບຜິດຊອບວຽກງານສື່ມວນຊົນ ແລະ ບັນດາອົງການຕາງໜ້າຕ່າງປະເທດ ປະຈຳ ຫວຽດນາມ.
ໂດຍແບ່ງປັນກ່ຽວກັບຂະແໜງການທູດໃນປີ 2022, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໃຫ້ຂໍ້ສັງເກດວ່າ ດ້ວຍບັນດາຄວາມມານະພະຍາຍາມທີ່ໜຽວແໜ້ນ ຂະແໜງການຕ່າງປະເທດໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສຳເລັດການຕ່າງປະເທດລວມຂອງ ຫວຽດນາມ. ພິເສດແມ່ນ ວຽກງານການທູດວັກຊິນ ໄດ້ປະສົບຜົນສຳເລັດທີ່ສຸດ, ປະກອບສ່ວນຊ່ວຍຫວຽດນາມ ກາຍເປັນ 1 ໃນຈຳນວນ 6 ປະເທດທີ່ມີອັດຕາຜູ້ໄດ້ສັກວັກຊິນຫຼາຍທີ່ສຸດໃນທົ່ວໂລກ. ກະຊວງການຕ່າງປະເທດໄດ້ ຮັກສາການສະໜອງຂໍ້ມູນໃຫ້ແກ່ຖັນແຖວນັກຂ່າວສື່ມວນຊົນສາກົນຢ່າງເປັນ ປະຈຳ ແລະ ຕໍ່ເນື່ອງ, ຈັດຕັ້ງສຳເລັດການໄປທັດສະນະສຶກສາຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ໃຫ້ແກ່ນັກຂ່າວສາກົນ ແລະ ພະນັກງານຮັບຜິດຊອບວຽກງານການຂ່າວ ຂອງບັນດາອົງການຕາງໜ້າຕ່າງປະເທດປະຈຳ ຫວຽດນາມ, ປະກອບສ່ວນເຂົ້າໃນການໂຄສະນາພາບພົດ ຫວຽດນາມ ໄປຍັງເພື່ອນມິດສາກົນເປັນຈຳນວນຫຼາຍ.