ກະຊວງການຕ່າງປະເທດ ລັດເຊຍ: ໝາກຜົນຂອງກອງປະຊຸມສຸດຍອດ G7 ແມ່ນບັນດາຖະແຫຼງການຕ້ານ ລັດເຊຍ

(VOVWORLD) - ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ອີກເທື່ອໜຶ່ງ, ໝາກຜົນຂອງກອງປະຊຸມສຸດຍອດ G7 ແມ່ນບັນດາຄຳຕັດສິນທີ່ຖືກຫັນເປັນການເມືອງ...
ກະຊວງການຕ່າງປະເທດ ລັດເຊຍ:  ໝາກຜົນຂອງກອງປະຊຸມສຸດຍອດ G7 ແມ່ນບັນດາຖະແຫຼງການຕ້ານ ລັດເຊຍ - ảnh 1ກະຊວງການຕ່າງປະເທດ ລັດເຊຍ
(ພາບ:Sputnik)

ວັນທີ 21 ພຶດສະພາ, ຢູ່ນະຄອນຫຼວງ ມົດສະກູ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການໂດຍຊີ້ແຈ້ງວ່າ ໝາກຜົນຂອງກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7), ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 19 – 21 ພຶດສະພາ ຢູ່ນະຄອນ Hiroshima (ປະເທດ ຍີ່ປຸ່ນ) ແມ່ນບັນດາຖະແຫຼງການທີ່ມີລັກສະນະຕ້ານຄືນລັດເຊຍ ແລະ ຈີນ.

        ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ອີກເທື່ອໜຶ່ງ, ໝາກຜົນຂອງກອງປະຊຸມສຸດຍອດ G7 ແມ່ນບັນດາຄຳຕັດສິນທີ່ຖືກຫັນເປັນການເມືອງ ເພື່ອແນໃສ່ສ້າງການແບ່ງແຍກໃນການພົວພັນສາກົນ, ມ້າງທຳລາຍຄວາມສະຖຽນລະພາບທົ່ວໂລກ. ພ້ອມກັນນັ້ນ, ກໍ່ເກີດຄວາມວິຕົກກ່ຽວກັບການປະກົດຕົວຂອງໂລກຫຼາຍຂົ້ວທີ່ພວມບັງຄັບໃຫ້ບັນດາສະມາຊິກຂອງ G7 ຮ່ວມກຳລັງແຮງເພື່ອສ້າງລັດທິຕ້ານ  ລັດເຊຍ ແລະ ຈີນ. ກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ: G7 ໄດ້ສ້າງການປະທະກັນຮອບດ້ານກັບ ລັດເຊຍ ຢ່າງແນ່ນອນ. ນອກຈາກນັ້ນ, ວໍຊິງຕັນ ດ້ວຍການໜູນຊ່ວຍຂອງ ລອນດອນ, ກໍ່ພວມບັງຄັບໃຫ້ສຳພັນທະມິດຂອງຕົນ ຍົກອອກບັນດາຄຳຕັດສິນທີ່ບໍ່ມີປະໂຫຍດໃຫ້ເຂົາເຈົ້າ, ຕົວຢ່າງຄື ການເພີ່ມບ້ວງເງິນໃຊ້ຈ່າຍດ້ານການທະຫານເພື່ອໜູນຊ່ວຍ ກີແອັບ, ໜູນຊ່ວຍຊາວອົບພະຍົບ ແລະ ຊື້ອາຍແກັດ ຈາກ ອາເມລິກາ. ພ້ອມກັນນັ້ນ, ບັນດາປະເທດ G7 ກໍ່ໄດ້ຍຸແຍ່ແກ່ດຶງບັນດາປະເທດທີ່ບໍ່ແມ່ນຝ່າຍຕາເວັນຕົກມາເປັນຝ່າຍຂອງຕົນເອງ ແລະ ສະກັດກັ້ນການພັດທະນາການພົວພັນກັບ ລັດເຊຍ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ