ກະຊວງຕຳຫຼວດຕັ້ງໜ້າ ນຳໃຊ້ຜົນງານໃໝ່ສຸດ ດ້ານວິທະຍາສາດ, ເຕັກໂນໂລຊີ


ກະຊວງຕຳຫຼວດຕັ້ງໜ້າ ນຳໃຊ້ຜົນງານໃໝ່ສຸດ ດ້ານວິທະຍາສາດ, ເຕັກໂນໂລຊີ - ảnh 1

 (ພາບ: cand.com.vn)

(vovworld)- ທີ່​ກ​ອງປະຊຸມ​ວິທະຍາສາດ​ຕຳຫຼວດຄັ້ງທີ 2 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 4/12, ຢູ່​ຮ່າ​ໂນ້ຍ ​ໂດ​ຍມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 600 ທ່ານຊື່​ງ​ແມ່ນ​ບັນດາ​ນັກວິທະຍາສາດ, ນັກຄົ້ນຄ້ວາ​ພາຍ​ໃນ ​ແລະ ນອກ​ກຳລັງ​ຕຳຫຼວດ ປຊຊ ຫວຽດນາມ, ທ່ານຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ຊື່​ງຖັນ​ແຖວ​ບັນດານັກວິທະຍາສາດ​ໃນ​ກຳລັງ​ຕຳຫຼວດ ປຊຊ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​​ໃນການ​ຄຸ້ມ​ຄອງ, ບໍລິຫານ​ຂອງ​ລັດຖະບານ. ທ່ານຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ ​ເນັ້ນໜັກ​ວ່າ: ​ໃນ​ສະພາບ​ການ​ເຊື່ອມໂຍງ​ປະຈຸ​ບັນ, ກະຊວງ​ຕຳຫຼວດ​ຕ້ອງຕັ້ງໜ້າ​ຄົ້ນຄ້ວາ, ນຳ​ໃຊ້​ບັນດາ​ຜົນງານ​ໃໝ່​ສຸດ​ດ້ານວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ; ຂຸດ​ຄົ້ນ ​ແລ​ະ ນຳ​ໃຊ້ບັນດາ​ພາຫະນະ​ໃໝ່ຢ່າ​ງມີ​ປະ​ສິດທິ​ຜົນ; ປ່ຽນ​ໃໝ່​ຫຼາຍ​ດ້ານ​ທັງ​ວິທີ​ຈິນຕະນາການ ​ແລະ ສິລະ​ປະການ​ສູ້​ຮົບ. ທ່ານຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ ສະ​ເໜີ​ໃຫ້​ກະຊວງ​ຕຳຫຼວດ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ພັດທະນາ​ແຫຼ່ງຊັບພະຍາ ກອນ​ມະນຸດ​ທີ່ປະຕິບັດ​ວຽກ​ງານ​ຄົ້ນຄ້ວາ, ກຳນົດ​ທິດ​ພັດທະນາ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີຂອງ​ຂະ​ແໜງ​ໂດຍ​ໄວ./.

 

ຂ່າວ/ບົດ​ອື່ນ