ທ່ານ Dang Van Hieu ຮອງລັດຖະມົນຕີຜູ້ປະຈຳການ ຕ້ອນຮັບ
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປລາວ
( ພາບ: cand.com.vn )
(vovworld) - ຕອນເຊົ້າວັນທີ 17/8, ຢູ່ທີ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ; 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ ແລະ ສະເຫຼີມສະຫຼອງ 67 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ. ທ່ານ Le Hong Anh, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ; ທ່ານ Tran Dai Quang ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານ ທອງບັນ ແສງອາພອນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປລາວ ເຂົ້າຮ່ວມພິທີ. ນະທີ່ນີ້, ທ່ານ Tran Dai Quang, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຢືນຢັນວ່າ: ນຳໃຈສັດຊື່ບໍລິສຸດຜຸດຜ່ອງຂອງປະຊາຊົນສອງປະເທດຫວຽດນາມ - ລາວ ໄດ້ຮັບການທົດສອບຜ່ານບັນດາການຕໍ່ສູ້ທີ່ຍາວນານ, ບຳລາກ. ກຳລັງຕຳຫຼວດສອງປະເທດ ໄດ້ມີການສົມທົບກັນຕໍ່ສູ້ກັບບັນດາອາດຊະຍາກຳຂ້າມຊາດຢ່າງມີປະສິດທິພົນ, ພິເສດແມ່ນອາດຊະຍາກຳຢາເສບຕິດ,
ທີ່ພິທີ, ທ່ານ ທອງບັນ ແສງອາພອນ, ເລຂາສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຕາງໜ້າໃຫ້ພັກ, ລັດ ລາວ ມອບຫຼຽນໄຊອິດສະຫຼະ ໃຫ້ແກ່ທ່ານ Tran Dai Quang ລັດຖະມົນຕີກະຊວງຕຳຫຼວດ ແລະ ທ່ານ Dang Van Hieu ຮອງລັດຖະມົນຕີຜູ້ປະຈຳການ; ມອບຫຼຽນໄຊອິດສະຫຼະຊັ້ນ 2, 5 ຫຼຽນ ແລະ ບັນດາຫຼຽນໄຊມິດຕະພາບໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນຂະແໜງຕຳຫຼວດ ເຊິ່ງໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານສົມທົບກັນຕໍ່ສູ້ຕ້ານອາດຊະຍາກຳ, ປະກອບສ່ວນເຂົ້າໃນພາລະກິດຮັກສາຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນສອງປະເທດ ແລະ ຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດຫວຽດນາມ - ລາວ.
ຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ Truong Tan Sang ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ທອງບັນ ແສງອາພອນ. ທ່ານປະທານປະເທດໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມຕີລາຄາສູງການຮ່ວມມືຂອງປະຊາຊົນລາວເວົ້າລວມ ແລະ ກຳລັງຕຳຫຼວດລາວເວົ້າສະເພາະ, ຢືນຢັນວ່າ, ການຮ່ວມມືລະຫວ່າງຕຳຫຼວດສອງປະເທດ ແມ່ນໜຶ່ງໃນບັນດາຂົງເຂດບັນລຸປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນກິດຈະການເຊື່ອມໂຍງ ແລະ ພັດທະນາເສດຖະກິດປະເທດຊາດ.
ສ່ວນທ່ານລັດຖະມົນຕີ ທອງບັນ ແສງອາພອນກໍ່ແຈ້ງບາງຈຸດຕົ້ນຕໍ່ໃນການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ແມ່ນໄດ້ຮັບການພັດທະນາດີທີ່ສຸດ ດ້ວຍບັນດາມາດຕະການອັນລະອຽດ ແລະ ແທດຈິງ. ທ່ານລັດຖະມົນຕີ ທອງບັນ ແສງອາພອນ ຂອບອົກຂອບໃຈການຊ່ວຍເຫຼືອຂອງລັດຖະບານຫວຽດນາມ ແລະ ກະຊວງຕຳຫຼວດຫວຽດນາມໃນການຈັດຕັ້ງກອງປະຊຸມສຸດຍອດອາຊີ - ເອີລົບ ເຊິ່ງຈະດຳເນີນຢູ່ລາວໃນປີນີ້ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງກະຊວງເວົ້າສະເພາະ ແລະ ສອງປະເທດເວົ້າລວມສືບຕໍ່ໄດ້ຮັບການພັດທະນາຢ່າງໝັ້ນຄົງໃນໄລຍະຈະມາເຖິງ.