ກະຊວງປ້ອງກັນປະເທດຜັນຂະຫຍາຍວຽກງານການຕ່າງປະເທດປ້ອງກັນຊາດປີ 2013

ກະຊວງປ້ອງກັນປະເທດຜັນຂະຫຍາຍວຽກງານການຕ່າງປະເທດປ້ອງກັນຊາດປີ 2013 - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ເປັນປະທານກອງປະຊຸມ
(ພາບຈາກ ອິນເຕີເນັດ)

(vovworld) - ວັນ​ທີ 7/1, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ຕ່າງປະ​ເທດປ້ອງ​ກັນຊາ​ດປີ 2012, ຜັນ​ຂະຫຍາຍ​ໜ້າ​ທີ່​ປ້ອງ​ກັນ​ຊາດປີ 2013. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວິ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ປະທານ​ກອງ​ປະຊຸມ. ປີ 2013, ວຽກ​ງານ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດ ສືບ​ຕໍ່​ຊາບ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10, ມະຕິ​ສູນ​ກາງ​ຄັ້ງ​ທີ 8 ຊຸດ​ທີ 9, ມະຕິ​ອົງຄະ​ນະ​ພັກ​ກອງທັບ​ຄັ້ງ​ທີ 9, ຢືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເປີດ​ກ້ວາງ ຫັນບັນດາ​ການ​ພົວພັນ​​ເປັນ​ຫຼາຍ​ຮູບ​ຫຼາບ​ແບບ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ກັບ​ສາກົນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ການ​ຕ່າງປະ​ເທດ​ດ້ານ​ການ​ທະຫານ, ​ເຮັດ​ວຽກ​ງານ​ເປັນ​ເສນາ​ທິການ​​ໃຫ້​ດີ, ​ຄາດ​ຄະ​ເນ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດ, ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ໂຄສະນາ​ເຜີຍ​ແຜ່​ວຽກ​ງານ​ການ​ຕ່າງປະ​ເທດ, ຮັກສາ ​ແລະ ​ເປີດ​ກ້ວາງ​ການ​​ໂອ້​ລົ​ມສົນທະນາປ້ອງ​ກັນຊາ​ດ 2 ຝ່າຍ, ການ​ພົວພັນ 2 ຝ່າຍ, ການ​ຕ່າງປະ​ເທດ ຫຼາຍ​ຝ່າຍ​​​ທັດ​ທຽມ​ກັບການ​ພົວພັນການ​ຕ່າງປະ​ເທດ​ຫຼາຍຝ່າຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ