ກະຊວງປ້ອງກັນປະເທດອາເມລິກາມີແຜນນະໂຍບາຍເປີດກວ້າງການເຄື່ອນໄຫວຢູ່ຊີຣີ

ກະຊວງປ້ອງກັນປະເທດອາເມລິກາມີແຜນນະໂຍບາຍເປີດກວ້າງການເຄື່ອນໄຫວຢູ່ຊີຣີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Aston Carter
(ພາບ​ອີນ​ເຕີ​ແນັດ)

(vovworld) -​ ວັນ​ທີ 01/12, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Aston Carter ຢືນ​ຢັນ​ວ່າ, ກອງ​ທັບ​ປະ​ເທດນີ້​ຢາກ​ມີ​ການ​ເຄື່ອນ​ໄຫວ​ຢູ່​ຊີ​ຣີ ຫຼາຍກວ່າ​ອີກ ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ກຳ​ລັງ​ປະ​ເທດ​ປະຈຳ​ຖິ່ນ ໃນ​ການ​ຕ່​ໍ​ສູ້​ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອ​ງ ແລະ ອາດ​ຈະ​ເປີດກວ້າງ​ການ​ເຄື່ອນ​ໄຫວກວ່າ​ອີກ ເມື່ອ​ທຽບ​ໃ​ສ່​ຄຳ​ຖະ​ແຫຼງ​​ຈັດ​ສົ່ງທະ​ຫານພິ​ເສດ 50 ຄົນ​ເຖິງ​ປະ​ເທດນີ້. ຜູ້​ນຳ​ໜ້າ​ທຳ​ນຽບ 5 ແຈ​ໃຫ້​ຮູ້​ວ່າ, ຕວກ​ກີ ຄວນ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າກວ່າ ໃນ​ບັ້ນ​ຮົບ​ຕ້ານ IS, ປົກ​ປັກ​ຮັກ​ສາ​ບັນ​ດາ​ເສັ້ມ​ຊາຍ​ແ​ດນ​ຂອງ​ປະ​ເທດນ​ີ້ ແລະ ຕີຂັບ​ໄລ່​ບັນ​ດາ​ເປົ້າ​ໝາຍ​ໜູນ​ຫຼັງ IS ແຊກ​ຊຶມ​ເຂົ້າ​ຕວກ​ກີ.

ຂ່າວ/ບົດ​ອື່ນ