ກະຊວງສາທາລະນະສຸກ ປຸກລະດົມບັ້ນປ້ອງກັນ, ຕ້ານພະຍາດຕີນ, ມື, ປາກເປື່ອຍແຫ່ງຊາດ

ກະຊວງສາທາລະນະສຸກ ປຸກລະດົມບັ້ນປ້ອງກັນ, ຕ້ານພະຍາດຕີນ, ມື, ປາກເປື່ອຍແຫ່ງຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ໃນພິທີປຸກລະດົມ
(ພາບ: http://dantri.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 2/3, ຢູ່​ນະຄອນ​ຫາຍ​ຟ່ອງ, ກະຊວງ​ສາທາລະນະ​ສຸກສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ​ຈັດ​ຕັ້ງ​ພິທີ​ປຸກລະດົມ ”ບັ້ນ​ປ້ອງ​ກັນ, ຕ້ານ​ພະຍາດຕີນ, ​ມື​, ປາກ​ເປື່ອຍ​ແຫ່ງ​ຊາດ” ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ. ພິທີ​ປຸກລະດົມ​ແມ່ນ​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ໂຄສະນາ​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕຳ່​ກວ່າ 5 ປີ, ​ໂຄສະນາ​ກ່ຽວ​ກັບ​ການ​ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ພໍ່​ເປັນ​ແມ່, ​ແລະ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານພະ​ຍາດ​ດັ່ງກ່າວ​ຢູ່​ໃນ​ໂຮງຮຽນ. ທ່ານ ຟານ​ຈ້ອງ​ເລີ​ນ, ຮອງ​ຫົວໜ້າ​ກົມ​ສາທາລະນະ​ສຸກ​ສຳຮອງ, ສັງກັດກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ:

        ”ຈຸດປະສົງ​ຂອງ ”ບັ້ນ​ປ້ອງ​ກັນ, ຕ້ານ​ພະຍາດຕີນ​, ມື​, ປາກ​ເປື່ອຍ​ແຫ່ງ​ຊາດ” ​ແມ່ນ​ລະດົມ​ທົ່ວລະບົບ​ການ​ເມືອງ​, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານປ້ອງ​ກັນ, ຕ້ານ​ພະຍາດຕີນ, ​ມື​, ປາກ​ເປື່ອຍ​. ​ແລະ​ວຽກ​ງານ​ນີ້ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ, ​ໃນ​ນັ້ນ​ການໂຄສະນາ​ຕ້ອງ​ປະຕິບັດ​ກ່ອນ, ສ້າງ​ຕັ້ງ 3 ຄະນະ​ປະຕິບັດ​ງານ ​ໂດຍ​ການ​ນຳ​ກະຊວງ​ສາທາລະນະ​ສຸກ​ເປັນ​ຫົວໜ້າ ​ເຊິ່ງມີ​ການ​ເຂົ້າ​ຮ່ວມ​ຂອງ​ຂະ​ແໜງ​ການ​ສຶກສາ, ຖະ​ແຫຼ​ງຂ່າວ-​ໂທລະ​ຄົມ ​ເພື່ອ​ກວດກາ, ຊີ້​ນຳ​ບັນດາ​ທ້ອງ​ຖີ່​ນ​ໂດຍ​ກົງ”

ຂ່າວ/ບົດ​ອື່ນ