ການກະທົບຂອງສັນຍາຄູ່ຮ່ວມມືຮອບດ້ານພາກພື້ນຕໍ່ພື້ນຖານເສດຖະກິດຫວຽດນາມ
ກອງປະຊຸມປະກາດບົດລາຍງານ
ພາບ:vietstock.vn
|
(vovworld)-ຕອນເຊົ້າວັນທີ 17/7 ຢູ່ ຮ່າໂນ້ຍ, ໂຄງການຫນູນຊ່ວຍນະໂຍບາຍການຄ້າ ແລະ ການລົງທຶນ ເອີລົບ ສົມທົບກັບສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ ໄດ້ປະກາດບົດລາຍງານ “ຕີລາຄາການກະທົບຂອງສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ຕໍ່ພື້ນຖານເສດຖະກິດຫວຽດນາມ”. RCEP ແມ່ນສັນຍາການຄ້າເສລີຄຸນນະພາບສູງ ມຸ່ງໄປເຖິງຈຸດໝາຍສ້າງການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານ ລະຫວ່າງ ອາຊຽນ ກັບ 6 ປະເທດຄູ່ຮ່ວມມື ລວມມີ: ຈີນ, ຍີ່ປຸ່ນ, ສເກົາຫລີ, ອົດສະຕາລີ, ນີວເຊີແລນ ແລະ ອິນເດຍ. ສັນຍາດັ່ງກ່າວໄດ້ມາເຊິ່ງກາລະໂອກາດບໍ່ແມ່ນຫນ້ອຍ ແລະ ສິ່ງທ້າທາຍ ສຳລັບຫວຽດນາມ. ບົດລາຍງານໃຫ້ຮູ້ວ່າ: ໃນສະພາບການເຊື່ອມໂຍງ ຮຽກຮ້ອງບັນດາວິສາຫະກິດຕ້ອງສຸມໃສ່ລົງທຶນພັດທະນາບັນດາຜະລິດຕະພັນຍຸດທະສາດໃຫ້ເໝາະສົມ, ໝູນໃຊ້ເຕັກໂນໂລຊີທີ່ກ້າວຫນ້າເພື່ອຍົກສູງກຳລັງຄວາມສາມາດການຜະລິດ ແລະ ຊຸກຍູ້ໂຄງປະກອບພື້ນຖານເສດຖະກິດ, ຫັນປ່ຽນຮູບແບບການເຕີບໂຕ.